• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕັດສິນ​ໃຈຄວບ​ຄຸມ​​ເຊື້ອ​ພະຍາດ​ອັກ​ເສບປອດທີ່​ເກີດຈາກເຊື້ອ​ຈຸລະ​ໂລກ​ສາຍ​ພັນ​ໃໝ່

ວັນທີ 29 ມັງກອນ, ທ່ານ ເຈິ່ນກວ໊ກເວື້ອງ, ຜູ້ປະຈໍາການຄະນະເລຂາ, ກໍາມະການກົມການເມືອງ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ໄດ້ເຊັນໜັງສືທາງການ ສົ່ງໄປຍັງຄະນະພັກແຂວງ, ນະຄອນ ກ່ຽວກັບການປ້ອງກັນ, ຕ້ານເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (ໄວຣັດ Corona).

ການວັດແທດອຸນຫະພູມຄົນເຂົ້າເມືອງ ຢູ່ດ່ານຊາຍແດນ ມ໊ອງກ໊າຍ (ພາບ: vov.vn)

ໃນໜັງສືທາງການໄດ້ຊີ້ແຈ້ງວ່າ: ເພື່ອເປັນເຈົ້າການໃນການປ້ອງກັນ, ຕ້ານເຊື້ອພະຍາດດັ່ງກ່າວ, ຄະນະພັກ, ອົງການຈັດຕັ້ງພັກ, ອໍານາດການປົກຄອງ, ແນວໂຮມປະເທດຊາດ ແລະ ອົງການຈັດຕັ້ງມະຫາຊົນທຸກຂັ້ນ ຈົ່ງຜັນຂະຫຍາຍການປະຕິບັດວຽກງານປ້ອງກັນ, ຕ້ານເຊື້ອພະຍາດດັ່ງກ່າວ ຢ່າງເຂັ້ມງວດ; ຕັດສິນໃຈຄວບຄຸມ ບໍ່ປະໃຫ້ເຊື້ອພະຍາດແຜ່ລາມ, ຮັບປະກັນການພັດທະນາເສດຖະກິດ, ສັງຄົມ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຊີີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ ແລະ ຈັດຕັ້ງກອງປະຊຸມໃຫຍ່ທຸກຂັ້ນຂອງພັກໃຫ້ປະສົບຜົນສໍາເລັດຢ່າງຈົບງາມ. ຂະແໜງການທຸກຂັ້ນ ຈົ່ງກະກຽມພື້ນຖານດ້ານວັດຖຸຮັບໃຊ້ໃຫ້ແກ່ການປ້ອງກັນ, ບ່ອນປິ່ນປົວພະຍາດສະເພາະໃຫ້ແກ່ຜູ້ຕິດພະຍາດ ແລະ ວິທີການປ່ິນປົວ; ຮັບປະກັນທາງດ້ານງົບປະມານ, ຊັບພະຍາກອນມະນຸດໃຫ້ພຽງພໍເພື່ອຮັບໃຊ້ແກ່ການປ້ອງກັນ, ຕ້ານເຊື້ອພະຍາດດັ່ງກ່າວຢູ່ກັບບ່ອນ.

        ໃນກໍລະນີຈໍາເປັນ, ຕ້ອງຢຸດຕິບັນດາການເຄື່ອນໄຫວເຕົ້າໂຮມກັນຫຼາຍຄົນ, ງານບຸນ, ບັນດາກອງປະຊຸມ ໂດຍຊົ່ວຄາວ... ເພື່ອສຸມໃສ່ການປ້ອງກັນ ແລະ ຕ້ານເຊື້ອພະຍາດດັ່ງກ່າວ.

        ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫວຽດນາມ ກໍໄດ້ອອກໜັງສືທາງການ ສະເໜີໃຫ້ຄະນະກໍາມະການປະຊາຊົນແຂວງ, ນະຄອນແຫ່ງຕ່າງໆ ທີ່ຂຶ້ນກັບສູນກາງ ຮຽກຮ້ອງໃຫ້ວິສາຫະກິດທ່ອງທ່ຽວສາກົນ ຢຸດຕິການຈັດຕັ້ງຄະນະນັກທ່ອງທ່ຽວໄປທ່ຽວຢູ່ບັນດາແຂວງ, ນະຄອນທີ່ພວມມີເຊື້ອພະຍາດ, ບ່ອນມີຄົນຕິດເຊື້ອພະຍາດນັ້ນ ແລະ ບໍ່ຕ້ອນຮັບແຂກທ່ອງທ່ຽວມາຈາກເຂດຕິດເຊື້ອລະບາດຂອງຈີນ ເຂົ້າຫວຽດນາມ ໂດຍຊົ່ວຄາວ. 

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top