• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕັດສິນໃຈມຸ່ງໄປສູ່ຄວາມສົມດຸນດ້ານການຄ້າກັບອາເມລິກາ

      ວັນທີ 04 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບບັນດາການນຳ ແລະ ຜູ້ຕ່າງໜ້າວິສາຫະກິດ ອາເມລິກາ 45 ແຫ່ງ, ເຊິ່ງເປັນສະມາຊິກຂອງ ສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (US - ABC). 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບສະມາຊິກຂອງ ສະພາດຳເນີນທຸລະກິດ
ອາເມລິກາ - ອາຊຽນ (US - ABC) (ພາບ: VGP)
      ນະທີ່ນີ້, ທ່ານ Alex Feldman ປະທານ US – ABC ໄດ້ສະແດງຄວາມເຊື່ອໝັ້ນວ່າ ລັດຖະບານ ຫວຽດນາມ ຈະປະສົບຜົນສຳເລັດໃນການສະກັດກັ້ນໂລກລະບາດ Covid – 19. ການຢ້ຽມຢາມຄັ້ງນີ້ຂອງ ຄະນະຜູ້ແທນແມ່ນແນໃສ່ສົ່ງສານກ່ຽວກັບ ຫວຽດນາມໄປຍັງປະຊາຄົມສາກົນ ເຊິ່ງແມ່ນປະເທດທີ່ມີຄວາມປອດໄພທີ່ສຸດ. ທ່ານ Alex Feldman ແຈ້ງໃຫ້ຊາບວ່າ ປີນີ້ມີການເຄື່ອນໄຫວຫຼາຍຢ່າງເພື່ອໜູນຊ່ວຍ ຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນໃຫ້ສຳເລັດຜົນ.
        ທີ່ການຕ້ອນຮັບ, ທ່ານ Daniel J.Krittenbrink ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ ໄດ້ສົ່ງຈົດໝາຍຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ເຊິ່ງໄດ້ອະທິບາຍກ່ຽວກັບເລື່ອງໂຈະການຈັດຕັ້ງກອງປະຊຸມສຸດຍອດ ອາເມລິກາ - ອາຊຽນ ຍ້ອນມີຄວາມວິຕົກກັງວົນກ່ຽວກັບໂລກລະບາດ Covid - 19.
        ສ່ວນທ່ານ ຫງວຽນຊວັນຟຸກ ໄດ້ຢັ້ງຢືນເຖິງສານກ່ຽວກັບຄວາມຕັດສິນໃຈມຸ່ງໄປສູ່ຄວາມສົມດຸນດ້ານການຄ້າກັບ ອາເມລິກາ, ໃນນັ້ນ, ຫວຽດນາມ ຈະຊື້ສິນຄ້າຫຼາຍປະເພດຂອງ ອາເມລິກາ, ລັດຖະບານໃຫ້ຄຳໝັ້ນສັນຍາວ່າ ຈະສ້າງທຸກເງື່ອນໄຂ, ສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ບັນດາວິສາຫະກິດ ອາເມລິກາໃນການລົງທຶນຢູ່ ຫວຽດນາມ ທັງທາງກົງ ແລະ ທາງອ້ອມ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top