• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕອບສະໜອງວັນສາກົນເຮັດອະນາໄມຝັ່ງທະເລໃຫ້ສະອາດ

ເພື່ອຕອບສະໜອງວັນສາກົນເຮັດອະນາໄມຝັ່ງທະເລໃຫ້ສະອາດປີ 2018, ຕອນເຊົ້າວັນທີ 29 ກັນຍາ, ທີ່ເຂດຝັ່ງທະເລ ບາຍເຈື໊ອກ, ນະຄອນ ຫວູງເຕົາ, ແຂວງ ບາເຣຍ - ຫວູງເຕົາ, 

 (ພາບປະກອບ)

ສະມາຊິກຊາວໜຸ່ມ, ຊາວໜຸ່ມ, ພາລະກອນ, ຊາວຜູ້ອອກແຮງງານ ແລະ ປະຊາຊົນໃນບໍລິເວນນະຄອນ ເກືອບ 500 ຄົນ ໄດ້ພາກັນຍ່າງໄປເກັບກວາດຂີ້ເຫຍື່ອຢູ່ຕາມຫາດຊາຍທະເລ. ການເຄື່ອນໄຫວດັ່ງກ່າວ ແນໃສ່ຮຽກຮ້ອງວົງຄະນະຍາດບໍ່ຖີ້ມຂີ້ເຫຍື່ອຊະຊາຍເມື່ອໄປທ່ອງທ່ຽວຢູ່ບັນດາຫາດຊາຍທະເລ, ຈຳກັດການນຳໃຊ້ຖົງຢາງນີລົງ ແລະ ບັນດາຜະລິດຕະພັນເຮັດດ້ວຍຢາງໃນແຕ່ລະວັນ…ທ້າວ ເລກວາງອານ ນັກສຶກສາມະຫາວິທະຍາໄລ ບາເຣຍ - ຫວູງເຕົາ ເຂົ້າຮ່ວມການເກັບກວາດຂີ້ເຫຍື່ອຢູ່ຫາດຊາຍທະເລແບ່ງປັນວ່າ:

       “ຢູ່ ຫວຽດນາມ ຂີ້ເຫຍື່ອຢູ່ຕາມຫາດຊາຍທະເລຍັງຫລາຍ, ດັ່ງນັ້ນ ທຸກໆຄົນຕ້ອງຮັກສາຝັ່ງທະເລໃຫ້ເປັນສີຂຽວ, ມີຄວາມສະອາດ, ສວຍງາມ, ຫາດຊາຍທະເລສະອາດ ຈະສ້າງບັນຍາກາດຂຽວໃຫ້ແກ່ພວກເຮົາໄດ້ຜ່ອນຄາຍ, ປະກອບສ່ວນໃຫ້ທຸກຄົນຮັກສາສຸຂະພາບ, ຮັກສາລະບົບຊີວະພາບ ແລະ ຝັ່ງທະເລໃຫ້ສະອາດກ່ວາ .”

       ເພື່ອຕອບສະໜອງວັນສາກົນເຮັດອະນາໄມຝັ່ງທະເລໃຫ້ສະອາດ, ຢູ່ ຫວຽດນາມ, ການເຄື່ອນໄຫວນີ້ ໄດ້ດຳເນີນໄປຢູ່ 28 ແຂວງ, ນະຄອນແຄມມີທະເລໃນທົ່ວປະເທດ, ແນໃສ່ຮຽກຮ້ອງໃຫ້ທຸກຄົນຈົ່ງເຂົ້າຮ່ວມການປົກປັກຮັກສາສິ່ງແວດລ້ອມທະເລ.

(​ແຫຼ່ງຄັດ​ຈາກ VOV)

 

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top