• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍົກເວັ້ນວີຊາເຂົ້າເມືອງ ຫວຽດນາມ ໃຫ້ພົນລະເມືອງ 13 ປະເທດ

ຍົກເວັ້ນວີຊາໃຫ້ ພົນລະເມືອງບັນດາປະເທດຂ້າງເທິງເມື່ອເຂົ້າເມືອງ ຫວຽດນາມ ດ້ວຍໄລຍະພັກເຊົາຊົ່ວຄາວ 15 ວັນນັບແຕ່ມື້ເຂົ້າມາ, ບໍ່ໄດ້ຈຳແນກປະເພດໜັງສືຜ່ານແດນ, ຈຸດປະສົງການເຂົ້າເມືອງ, ບົນພື້ນຖານການຕອບສະໜອງຄົບບັນດາເງື່ອນໄຂ ຕາມລະບຽບກົດໝາຍ ຫວຽດນາມ.
  ແຂກສາກົນເຮັດລະບຽບການເຂົ້າເມືອງ ຫວຽດນາມ (ພາບ: TTXVN)  

 ລັດຖະບານ ຫວຽດນາມ ຫາກໍ່ປະການໃຊ້ມະຕິກ່ຽວກັບການຍົກເວັ້ນວີຊາໃຫ້ແກ່ພົນລະເມືອງຂອງບັນດາປະເທດດັ່ງນີ້: ສາທາລະນະລັດສະຫະພັນເຢຍລະມັນ, ສາທາລະນະລັດຝຣັ່ງ, ສາທາລະນະລັດອີຕາລີ, ລາຊະອານາຈັກສະເປນ, ສະຫະພັນລາຊະອານາຈັກອັງກິດ ແລະ ອຽກລັງເໜືອ, ສະຫະພັນລັດເຊຍ. ແລະ ຍີ່ປຸ່ນ, ສາທາລະນະລັດ ສ.ເກົາຫຼີ, ລາຊະອານາຈັກແດນມາກ, ອານາຈັກສະວີເດັນ, ລາຊະລາຊະອານາຈັກນໍເເວ, ສາທາລະນະລັດແຟງລັງ ແລະ ສາທາລະນະລັດເບລາຣຸດ, ຕາມນັ້ນແລ້ວ, ຍົກເວັ້ນວີຊາໃຫ້ ພົນລະເມືອງບັນດາປະເທດຂ້າງເທິງເມື່ອເຂົ້າເມືອງ ຫວຽດນາມ ດ້ວຍໄລຍະພັກເຊົາຊົ່ວຄາວ 15 ວັນນັບແຕ່ມື້ເຂົ້າມາ, ບໍ່ໄດ້ຈຳແນກປະເພດໜັງສືຜ່ານແດນ, ຈຸດປະສົງການເຂົ້າເມືອງ, ບົນພື້ນຖານການຕອບສະໜອງຄົບບັນດາເງື່ອນໄຂ ຕາມລະບຽບກົດໝາຍ ຫວຽດນາມ. ນະໂຍບາຍດັ່ງກ່າວ ໄດ້ປະຕິບັດໃນໄລຍະເວລາ 3 ປີ, ນັບແຕ່ວັນທີ 15 ມີນາ 2022 ຈົນຮອດ ວັນທີ 14 ມີນາ 2025 ແລະ ຈະໄດ້ຮັບການພິຈາລະນາຕໍ່ກຳນົດເວລາຕາມລະບຽບກົດໝາຍ ຂອງຫວຽດນາມ.

(ແຫຼ່ງຄັດຈາກ VOV)

 

(ແຫຼ່ງຄັດຈາກ VOV)

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top