ຕອນເຊົ້າວັນທີ 18 ກັນຍາ, ເວທີປາໄສ ຊ່ຽງຊ່ານປັກກິ່ງ ຄັ້ງທີ 12 ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ປັກກິ່ງ, ປະເທດ ຈີນ. ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມເວທີປາໄສ ແລະ ມີບົດກ່າວປາໄສສຳຄັນທີ່ວາລະປະຊຸມຄົບຄະນະທີ 1 ດ້ວຍຫົວຂໍ້ “ສ້າງລະບົບຄຸ້ມຄອງຄວາມໝັ້ນຄົງທົ່ວໂລກດ້ວຍຄວາມຍຸດຕິທຳ ແລະ ເໝາະສົມ”.
ໃນບົດກ່າວປາໄສ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຖືກວ່າ ໂລກພວມດຳເນີນຊີວິດໃນຍຸກສະໄໝພິເສດ, ສັງກາດໜຶ່ງທີ່ເຕັມໄປດ້ວຍການຜັນແປ ແຕ່ກໍ່ເຕັມໄປດ້ວຍໂອກາດ, ເມື່ອມວນມະນຸດໄດ້ຊົມໃຊ້ຜົນປະໂຫຍດຈາກຜົນງານດ້ານວິທະຍາສາດ - ເຕັກໂນໂລຊີທີ່ກ້າວກະໂດດຂັ້ນ, ແຕ່ພ້ອມກັນນັ້ນ ກໍ່ປະເຊີນໜ້າກັບສິ່ງທ້າທາຍຮ້າຍແຮງນາໆປະການ. ໃນສະພາບການນັ້ນ, ທ່ານລັດຖະມົນຕີ ຟານວັນຢາງ ຢືນຢັນວ່າ ການສ້າງລະບົບຄຸ້ມຄອງຄວາມໝັ້ນຄົງທົ່ວໂລກດ້ວຍຄວາມຍຸຕິທຳ ແລະ ເໝາະສົມ ບໍ່ສາມາດຂາດບົດບາດຂອງລັດທິຫຼາຍຝ່າຍ ແລະ ການຮ່ວມມືດ້ານປ້ອງກັນຊາດທີ່ແທ້ຈິງໄດ້.
ທ່ານລັດຖະມົນຕີ ຟານວັນຢາງ ກໍ່ຢືນຢັນຄືນໃໝ່ທັດສະນະຂອງ ຫວຽດນາມ ແມ່ນສະໜັບສະໜູນລັດທິຫຼາຍຝ່າຍ, ໂດຍອີງໃສ່ກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ກວມລວມ, ສະເໜີພາບ, ຖືປະຊາຊົນເປັນໃຈກາງ, ເພື່ອຜົນປະໂຫຍດລວມຂອງປະຊາຄົມສາກົນ.