• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ຍີ່ປຸ່ນເພີ່ມທະວີການຮ່ວມມືປ້ອງກັນ, ສະກັດກັ້ນໂລກລະບາດ Covid -19

      ວັນທີ 31 ມີນາ, ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ ໂອ້ລົມທາງໂທລະສັບກັບທ່ານ Motegi Toshimitsu ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ, ແລກປ່ຽນກ່ຽວກັບການຮ່ວມມືໃນສະພາບການໂລກລະບາດ Covid -19 ສືບຕໍ່ມີການຜັນແປຢ່າງສັບສົນ.

ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ
(ພາບ: ກະຊວງການຕ່າງປະເທດ ຫວຽດນາມ)
      ທ່ານຮອງນາຍົກລັດຖະມົນຕີ ຕີລາຄາສູງຕໍ່ການໜູນຊ່ວຍຂອງຍີ່ປຸ່ນທີ່ສະຫງວນໃຫ້ແກ່ຫວຽດນາມໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19, ສະເໜີໃຫ້ລັດຖະບານຍີ່ປຸ່ນ ສືບຕໍ່ເອົາໃຈໃສ່ໜູນຊ່ວຍປະຊາຄົມຊາວຫວຽດນາມອາໄສຢູ່ ຍີ່ປຸ່ນໃນການປ້ອງກັນ, ສະກັດກັ້ນໂລກລະບາດ.
          ສ່ວນທ່ານ Motegi Toshimitsu ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ກໍ່ຕີລາຄາສູງບັນດາມາດຕະການຢ່າງຂ້ຽວຂາດທີ່ຫວຽດນາມໄດ້ປະຕິບັດເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19, ພ້ອມທັງສະແດງຄວາມຂອບໃຈລັດຖະບານ ຫວຽດນາມໄດ້ເອົາໃຈໃສ່, ຮັບປະກັນຄວາມປອດໄພໃຫ້ແກ່ຊາວຍີ່ປຸ່ນ 20.000 ຄົນ ທີ່ພວມດຳລົງຊີວິດ, ເຮັດວຽກຢູ່ ຫວຽດນາມ, ຢັ້ງຢືນວ່າ ລັດຖະບານຍີ່ປຸ່ນ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຄົມຊາວຫວຽດນາມທີ່ຢູ່ຍີ່ປຸ່ນ.
 (ແຫຼ່ງຄັດຈາກ VOV)
 

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.

Top