• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຊົມເຊີຍ ອີຢູ ປະກອບເງິນຈຳນວນ 10 ຕື້ເອີໂລ ຜັນຂະຫຍາຍຍຸດທະສາດປະຕູທົ່ວໂລກ ແລະ ຕໍ່ສູ້, ຕ້ານການອົບພະຍົບເສລີ, ການຄ້າມະນຸດ

ຫວຽດນາມ ຊົມເຊີຍຂໍ້ຕົກລົງຂອງ ອີຢູ, ພ້ອມທັງຢືນຢັນວ່າ ນີ້ແມ່ນໜຶ່ງໃນບັນດາໝາກຜົນທີ່ມີຄວາມໝາຍເພື່ອເຊື່ອມຕໍ່ລະຫວ່າງ ອີຢູ ແລະ ອາຊຽນ ແບບຍືນຍົງ.
  ທ່ານນາງຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ  

ວັນທີ 15 ທັນວາ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ຢູ່ ຮ່າໂນ້ຍ, ເມື່ອຕອບຄຳຖາມກ່ຽວຂ້ອງເຖິງບັນດາຂໍ້ມູນຂອງສະຫະພາບ ເອີລົບ ປະກອບເງິນຈຳນວນ 10 ຕື້ເອີໂລ ຜັນຂະຫຍາຍຍຸດທະສາດປະຕູທົ່ວໂລກ, ທ່ານນາງຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ ໃຫ້ຮູ້ວ່າ, ຫວຽດນາມ ຊົມເຊີຍຂໍ້ຕົກລົງຂອງ ອີຢູ, ພ້ອມທັງຢືນຢັນວ່າ ນີ້ແມ່ນໜຶ່ງໃນບັນດາໝາກຜົນທີ່ມີຄວາມໝາຍເພື່ອເຊື່ອມຕໍ່ລະຫວ່າງ ອີຢູ ແລະ ອາຊຽນ ແບບຍືນຍົງ. ຈຳນວນເງິນດັ່ງກ່າວເຊິ່ງ ອີຢູ ຫາກໍ່ປະກາດທີ່ກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ອີຢູ ຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ ໃນວັນທີ 14 ທັນວາ. ອີຢູ ກໍ່ຈະຜັນຂະຫຍາຍໂຄງການຂໍ້ລິເລີ່ມສີຂຽວ ທີ່ມີມູນຄ່າ 30 ລ້ານເອີໂລ ໜູນຊ່ວຍບັນດາໂຄງການຮ່ວມມືລະອຽດກັບ ອາຊຽນ.

ກໍ່ທີ່ກອງປະຊຸມດັ່ງກ່າວ, ທ່ານນາງ ຟ້າມທູຮັ່ງ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການອົບພະຍົບທີ່ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ພ້ອມທັງເດັດດ່ຽວຕໍ່ສູ້ຕ້ານການອົບພະຍົບເສລີ, ນຳມະນຸດອົບພະຍົບເສລີ ແລະ ການຄ້າມະນຸດ. ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນ ຍາມໃດກໍ່ເຄົາລົບ, ປົກປ້ອງແລະ ຊຸກຍູ້ສິດທິມະນຸດ, ໃນນັ້ນ ວຽກງານປ້ອງກັນ, ຕ້ານການຄ້າມະນຸດ ໄດ້ກຳນົດວ່າແມ່ນໜ້າທີ່ການເມືອງຢ່າງເປັນປະຈຳ, ຍາວນານ ແລະ ເປັນເຈົ້າການປະຕິບັດ.

(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top