• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ຈີນ: ຊຸກຍູ້ການຮ່ວມມືລັດຖະສະພາໃຫ້ກາຍເປັນເສົາຄ້ຳສຳຄັນຂອງການພົວພັນ 2 ຝ່າຍ

ທີການພົບປະສົນທະນາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ການຮ່ວມມືລັດຖະສະພາໃຫ້ກາຍເປັນເສົາຄ້ຳສຳຄັນຂອງການພົວພັນ 2 ຝ່າຍ.
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ທ່ານປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຈາວເລືອຈີ)

ຕອນບ່າຍວັນທີ 31 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ດຳເນີນການພົບປະສົນທະນາກັບທ່ານປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຈາວເລືອຈີ.

        ທີການພົບປະສົນທະນາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ການຮ່ວມມືລັດຖະສະພາໃຫ້ກາຍເປັນເສົາຄ້ຳສຳຄັນຂອງການພົວພັນ 2 ຝ່າຍ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນສະພາແຫ່ງຊາດທຸກຂັ້ນ; ບັນດາສະມາຊິກສະພາແຫ່ງຊາດ, ຄະນະຜູ້ແທນສະພາປະຊາຊົນທ້ອງຖິ່ນ 2 ປະເທດ; ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສລັດຖະສະພາຢູ່ພາກພື້ນ ແລະ ໃນໂລກ.

        ໂດຍຕາງໜ້າພັກ, ລັດ ແລະ ປະຊາຊົນ ຈີນ, ທ່ານປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຈາວເລືອຈີ ເນັ້ນໜັກວ່າ, ຈີນ ພ້ອມແລ້ວຈະພ້ອມກັບ ຫວຽດນາມ ຫັນຄວາມຮັບຮູ້ລວມຂອງເລຂາທິການໃຫຍ່ 2 ປະເທດເປັນລະອຽດ, ນຳການພົວພັນລະຫວ່າງ 2 ພັກ, 2 ລັດໃຫ້ພັດທະນາຕາມການກຳນົດທິດ “6 ດີກວ່າ”. ຕາມນັ້ນແລ້ວ, ຈີນພ້ອມແລ້ວທີ່ຈະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮັກສາການພົບປະແລກປ່ຽນຂັ້ນສູງ; ຜັນຂະຫຍາຍການພົວພັນແລກປ່ຽນ, ແບ່ງປັນບົດຮຽນການຄຸ້ມຄອງພັກ ແລະ ບໍລິຫານປະເທດຊາດ; ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືຢ່າງແທດຈິງ; ເພີ່ມທະວີການສົມທົບກັນຢູ່ບັນດາກົນໄກລັດຖະສະພາຫຼາຍຝ່າຍ…

        ທີ່ການພົບປະສົນທະນາ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນຫາທະເລ, ເຫັນດີປະຕິບັດຄວາມຮັບຮູ້ລວມຂັ້ນສູງ, ສົມທົບກັນແກ້ໄຂບັນດາບັນຫາຢູ່ທະເລຢ່າງສົມເຫດສົມຜົນ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ.

        ພາຍຫຼັງການພົບປະສົນທະນາ, ການນຳ 2 ທ່ານໄດ້ເປັນປະທານຮ່ວມວາລະປະຊຸມລວມຄັ້ງທີ 1 ຄະນະກຳມະການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ຈີນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top