• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຈະສືບຕໍ່ຮ່ວມກັບຈີນ ແລະ ບັນດາປະເທດແມ່ນ້ຳຂອງ ເພື່ອຊຸກຍູ້ການຮ່ວມມືແມ່ນ້ຳຂອງ -ແມ່ນ້ຳລ້ານຊ້າງ

ຕອນບ່າຍວັນທີ 25 ທັນວານີ້, ກອງປະຊຸມສຸດຍອດການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈກໍ່ສ້າງປະຊາຄົມແບ່ງປັນໃນອະນາຄົດ ແລະ ຫັນເປັນທັນສະໄໝລະຫວ່າງບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ”ຊຶ່ງຖືກຈັດຂຶ້ນແບບທາງໄກ. ເຂົ້າຮ່ວມກອງປະຊຸມມີ ນາຍົກລັດຖະມົນຕີ, ຫົວໜ້າຄະນະຜູ້ແທນກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ ແລະ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງໄດ້ ກ່າວຄຳເຫັນທີ່ກອງປະຊຸມ.
ທ່ານນາຍົກ ລັດຖະມົນຕີ ຟ້າມມິງຈີງກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນທີ່ກອງປະຊຸມ., ທ່ານນາຍົກ ລັດຖະມົນຕີ  ຟ້າມມິງຈີງ ເນັ້ນໜັກວ່າ: ການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງໄດ້ກາຍເປັນກົນໄກສຳຄັນເຊື່ອມຈອດບັນດາປະເທດແມ່ນ້ຳຂອງ ແລະ ຈີນ, ເປັນແບບຢ່າງຮ່ວມມືພ້ອມກັນພັດທະນາ ແລະ ພ້ອມກັນເອົາຊະນະ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ລັດຖະບານຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ຈະພ້ອມກັບຈີນ ແລະ ບັນດາປະເທດແມ່ນ້ຳຂອງ ຊຸກຍູ້ການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງໃຫ້ນັບມື້ນັບພັດທະນາຢ່າງເຂັ້ມແຂງ, ມີປະສິດທິຜົນ ແລະ ຍືນຍົງ. ທ່ານນາຍົກລັດຖະມົນຕີຖືວ່າ, ຕໍ່ໜ້າການປ່ຽນແປງຢ່າງວ່ອງໄວແລະເລິກເຊິ່ງຂອງເສດຖະກິດໂລກ, ເພື່ອໃຫ້ 6 ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງບືນຕົວຂຶ້ນຢ່າງແຂງແຮງ, ຕ້ອງມີຈີນຕະນາການໃໝ່, ຮອບດ້ານກວ່າ, ພ້ອມກັບວິທີເຂົ້າເຖິງທົ່ວປວງຊົນ, ທົ່ວພາກພື້ນ ແລະ ທົ່ວໂລກ ແລະບັນດາວິທີການແກ້ໄຂໃໝ່, ຂ້ຽວຂາດ, ມີຫົວຄິດປະດິດສ້າງ ແລະບຸກທະລຸ.

ທ່ານນາຍົກລັດຖະມົນຕີນຳສະເໜີ 3 ເນື້ອໃນບຸລິມະສິດຂອງ MLC ໃນໄລຍະຈະມາເຖິງ, ໃນນັ້ນ ທີໜຶ່ງ, ສ້າງພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງທັນສະໄໝ ແລະ ພັດທະນາ. ທີສອງ, ກໍ່ສ້າງພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຂຽວ, ຍືນຍົງ ແລະ ກວມລວມ, ຮັບປະກັນຄວາມກົມກຽວລະຫວ່າງປະຈຸບັນ ແລະ ອະນາຄົດ, ລະຫວ່າງການເຕີບໂຕດ້ານເສດຖະກິດ ດ້ວຍການປົກປັກຮັກສາສິ່ງແວດລ້ອມ, ດ້ວຍປະຊາຊົນເປັນໃຈກາງ, ແມ່ນຫົວເລື່ອງ, ກຳລັງແຮງ, ແຫຼ່ງຊັບພະຍາກອນ ແລະ ເປົ້າໝາຍຂອງ ການພັດທະນາ, ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ. ອັນທີສາມ, ສ້າງພາກພື້ນແມ່ນ້ຳຂອງ-ລ້ານຊ້າງແຫ່ງສັນຕິພາບ ແລະ ການຮ່ວມມື.

ການຕີລາຄາ ແລະ ຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີຟ້າມມິງຈີງໄດ້ຮັບການຕີລາຄາສູງຈາກກອງປະຊຸມ ແລະ ຖືກນຳເຂົ້າເອກະສານຂອງກອງປະຊຸມ.

(ແຫຼ່ງຄັດຈາກ VOV)

ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ນາມ​ເຢືອງ ຍື່ນ​​ສານ​ຕາ​ຕັ້ງ​ມາ​ຍັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ

ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ນາມ​ເຢືອງ ຍື່ນ​​ສານ​ຕາ​ຕັ້ງ​ມາ​ຍັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ

ວັນທີ 17 ກຸມພາ, ທ່ານ ຫງວຽນນາມເຢືອງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ສ. ອາຣັບ ອີຢິບ ແລະ ລັດ ປາແລັດສະຕິນ ໄດ້ຍື່ນສານຕາຕັ້ງຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ມາຍັງທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas, ກາຍເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມບໍ່ປະຈຳຂອງ ຫວຽດນາມ ຢູ່ ລັດ ປາແລັດສະຕິນ ຢ່າງເປັນທາງການ.

Top