• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຈະພ້ອມກັບສະຫະພັນ ລັດເຊຍ ແລະ ປະເທດຕ່າງໆ ເປີດກວ້າງ ການຮ່ວມມືໃນຂົງເຂດພະລັງງານກ່ວາອີກ

      ໂດຍໄດ້ຮັບຄຳເຊື້ອເຊີນຈາກການນຳ ແລະ ລັດຖະບານ ສະຫະພັນລັດເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສ “ສັບປະດາພະລັງງານລັດເຊຍ” ຄັ້ງທີ IV ດ້ວຍຫົວຂໍ້ວ່າ “ພະລັງງານໂລກ: ຫັນປ່ຽນເພື່ອພັດທະນາ”, ໄດ້ດຳເນີນຢູ່ ມົດສະກູນັບແຕ່ວັນທີ 13 – 15 ຕຸລາ 2021 ຕາມຮູບການທາງໄກ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ
      ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ຫວຽດນາມ ຕີລາຄາສູງທີ່ສຸດ ຕໍ່ບົດບາດສຳຄັນຂອງ ສະຫະພັນ ລັດເຊຍ ຕໍ່ຂະແໜງພະລັງງານທົ່ວໂລກ, ຊ່ວຍຮັກສາຕະຫຼາດພະລັງງານສາກົນ ມີສະຖຽນລະພາບ ແລະ ສົມດຸນ. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ບັນດາຂໍ້ລິເລີ່ມຂອງ ລັດເຊຍ ໃນຂົງເຂດພະລັງງານ, ໃນນັ້ນມີ ເວທີປາໄສສັບປະດາພະລັງງານ ລັດເຊຍ ຄັ້ງນີ້, ໄດ້ ແລະ ພວມສືບຕໍ່ປະກອບສ່ວນເພີ່ມທະວີການໂອ້ລົມສົນທະນາ ແລະ ຮ່ວມມື ລະຫວ່າງ ບັນດາປະເທດ ແລະ ການຮ່ວມມືພາກລັດ - ເອກະຊົນ ໃນການພັດທະນາຂະແໜງພະລັງງານ ຢ່າງມີປະສິດທິຜົນ, ຍືນຍົງ, ເພື່ອຜົນປະໂຫຍດລວມ ຂອງ ບັນດາປະເທດ ແລະ ມວນມະນຸດ.
      ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໂດຍແມ່ນປະເທດທີ່ຖືກຜົນກະທົບຢ່າງແຮງຈາກການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ຮັບຮູ້ໄດ້ຄວາມສຳຄັນໃນການຫັນປ່ຽນໂຄງປະກອບແຫຼ່ງພະລັງງານຕາມທິດຍົກສູງອັດຕາສ່ວນພະລັງງານ ຜະລິດຄືນໃໝ່ ຕິດພັນກັບການນຳໃຊ້ພະລັງງານຢ່າງປະຢັດ, ມີປະສິດທິຜົນ ແລະ ຍືນຍົງ. ປັດຈຸບັນ, ຫວຽດນາມ ພວມສ້າງແຜນຜັງພັດທະນາໄຟຟ້າແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2045, ໃນນັ້ນມີການກຳນົດທິດໂຄງປະກອບແຫຼ່ງພະລັງງານຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:
      ປັດຈຸບັນ, ຫວຽດນາມ ພວມສືບຕໍ່ປະຕິບັດ ລະບອບລະບຽບການ, ນະໂຍບາຍກົດໝາຍໃຫ້ສຳເລັດ ເພື່ອໜູນຊ່ວຍ ຂະແໜງພະລັງງານພັດທະນາເໝາະສົມກັບທ່າອ່ຽງສາກົນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນທີ່ແຕກຕ່າງ, ກາລະໂອກາດທີ່ພົ້ນເດັ່ນ ແລະ ທ່າໄດ້ປຽບໃນການແກ່ງແຍ້ງຂອງ ຫວຽດນາມ. ພວກຂ້າພະເຈົ້າສົ່ງເສີມກົນໄກຮ່ວມມື ພາກລັດ - ເອກະຊົນ, ສືບຕໍ່ສ້າງເງື່ອນໄຂສະດວກ ໃຫ້ນັກລົງທຶນ, ວິສາຫະກິດທີ່ມີບົດຮຽນປະສົບການ, ເຕັກໂນໂລຢີທີ່ກ້າວໜ້າຂອງ ສະຫະພັນລັດເຊຍ ແລະ ບັນດາປະເທດມາລົງທຶນ, ດຳເນີນທຸລະກິດ ເຂົ້າຂົງເຂດພະລັງງານ, ເປັນຕົ້ນແມ່ນ ພະລັງງານພະລິດຄືນໃໝ່ຢູ່ ຫວຽດນາມ ຊຶ່ງແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງ. ຫວຽດນາມ ຖືເປັນສຳຄັນ ແລະ ພ້ອມແລ້ວທີ່ຈະພ້ອມກັບ ສະຫະພັນ ລັດເຊຍ ແລະ ບັນດາປະເທດເປີດກວ້າງການຮ່ວມມືກ່ວາອີກ ໃນຂົງເຂດພະລັງງານ ເພື່ອຊຸກຍູ້ການປະຕິບັດສຳເລັດ ເປົ້າໝາຍຂອງຕົນ ຢ່າງແຮງ ແລະ ມີປະສິດທິຜົນກ່ວາ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ນ້ຳໃຈມິດຕະພາບ ຫວຽດນາມ - ສະຫະພັນ ລັດເຊຍ ແລະ ການພັດທະນາແບບຍືນຍົງ, ຄວາມສີວິໄລ ຂອງມວນມະນຸດ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top