• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງກວາງສີ, ປະເທດຈີນ

      ຫວຽດນາມ ພ້ອມແລ້ວທີ່ຈະກາຍເປັນຂົວເຊື່ອມຕໍ່ລະຫວ່າງ ກວາງສີ ກໍຄືບັນດາທ້ອງຖິ່ນອື່ນໆຂອງ ຈີນ ກັບຕະຫຼາດບັນດາປະເທດ ອາຊຽນ.
        ວັນທີ 20 ມີນາ, ຢູ່ສໍານັກງານກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ, ທ່ານ ເຈິ່ນຕວ໊ນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ໄດ້ມີການເຈລະຈາກັບທ່ານ ຫຼູຊີນເສື້ອ ເລຂາຄະນະພັກເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວງ ຂອງຈີນ.

ທ່ານ ເຈິ່ນຕວ໊ນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ແລະທ່ານ ຫຼູຊີນເສື້ອ
ເລຂາຄະນະພັກເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວງ ຂອງຈີນ (ພາບ: thoibaotaichinhvietnam.vn)
      ທີ່ການເຈລະຈາ, ທ່ານລັດຖະມົນຕີ ເຈິ່ນຕວ໊ນແອັງ ເນັ້ນໜັກວ່າ ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ຍາມໃດກໍຖືການພັດທະນາການພົວພັນຮ່ວມມືກັບອໍານາດການປົກຄອງແຂວງກວາງສີ ເປັນສໍາຄັນ ຖືກວາງສີ ເປັນຂົວເຊື່ອມຕໍ່ສໍາຄັນແຖວໜ້າຂອງຫວຽດນາມ ກັບຕະຫຼາດຈີີນທີ່ກວ້າງໃຫຍ່.  ຫວຽດນາມ ພ້ອມແລ້ວທີ່ຈະກາຍເປັນຂົວເຊື່ອມຕໍ່ລະຫວ່າງ ກວາງສີ ກໍຄືບັນດາທ້ອງຖິ່ນອື່ນໆຂອງ ຈີນ ກັບຕະຫຼາດບັນດາປະເທດ ອາຊຽນ.
        ຜູ້ຕາງໜ້າກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ສະເໜີໃຫ້ຝ່າຍ ກວາງສີ ສືບຕໍ່ສ້າງເງື່ອນໄຂໃນການນໍາບັນດາຜະລິດຕະພັນກະເສດສົ່ງອອກຂອງຫວຽດນາມ ໄດ້ຜ່ານດ່ານຊາຍແດນຢ່າງສະດວກ ພ້ອມທັງ ສະເໜີຕໍ່ກົມໃຫຍ່ພາສີຈີນ ອະນຸຍາດໃຫ້ນໍາເຂົ້າຜະລິດຕະພັນກະເສດຈໍານວນໜຶ່ງ ເຊິ່ງ ກວາງສີ ມີຄວາມຕ້ອງການຢ່າງຫຼວງຫຼາຍ, ສ້າງພື້ນຖານໃຫ້ແກ່ວິສາຫະກິດສອງຝ່າຍຊຸກຍູ້ການຮ່ວມມື.
        “ພວກຂ້າພະເຈົ້າຢຶດໝັ້ນ ແລະ ຕັດສິນໃຈປະຕິບັດຢ່າງຖືກຕ້ອງຕາມແນວທາງ, ນະໂຍບາຍຂອງພັກ ແລະ ລັດ ຫວຽດນາມ ສືບຕໍ່ປ່ຽນແປງໃໝ່ຮູບແບບການເຕີບໂຕ ຕິດພັນກັບການປະຕິຮູບ ກໍຄື ສືບຕໍ່ເປີດປະຕູພື້ນຖານເສດຖະກິດ ເຂົ້າຮ່ວມການເຊື່ອມໂຍງເຂົ້າກັບເສດຖະກິດໂລກ ຢ່າງເລິກເຊິ່ງກວ້າງຂວາງ; ແລະ ຢຶດໝັ້ນຕໍ່ເລື່ອງຖືການເປີດປະຕູການຕະຫຼາດສືບຕໍ່ແມ່ນຄວາມຕ້ອງການ ພ້ອມທັງແມ່ນທ່າອ່ຽງທີ່ຈໍາເປັນ ເຊິ່ງຈະນໍາມາເຊິ່ງກໍາລັງໜູນ ເພື່ອປະກອບສ່່ວນເຂົ້າໃນການພັດທະນາແບບຍືນຍົງຂອງຫວຽດນາມ; ໃນນັ້ນ, ການຮ່ວມມື ກັບຈີນ ໄດ້ຮັບຖືວ່າ ແມ່ນ ພື້ນຖານສໍາຄັນໃນນະໂຍບາຍການພົວພັນຕ່າງປະເທດ ກໍຄືການເຊື່ອມໂຍງເສດຖະກິດຂອງຫວຽດນາມ.
 (ແຫຼ່ງຄັດຈາກ VOV)
 

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

ທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hermandez ໄດ້ມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 24 - 28 ກັນຍາ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນທ່ານປະທານ Fidel Castro ມາຢ້ຽມຢາມເຂດປົດປ່ອຍ ພາກໃຕ້ ຫວຽດນາມ (9/1973-9/2023). ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນສອງປະເທດ, ພິເສດແມ່ນໄວໜຸ່ມ, ເພີ່ມທະວີຄວາມຮູ້ຄວາມເຂົ້າໃຈກ່ຽວກັບປະຫວັດສາດ ແລະ ຄວາມໝາຍຂອງການພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ກຸຍບາ ໂດຍທ່ານປະທານ ໂຮ່ຈີມິນ ແລະ ທ່ານປະທານ Fidel Castro ໄດ້ເພີ່ມພູນຄູນສ້າງຂຶ້ນ. ພ້ອມທັງ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງຝ່າຍໃນການສືບທອດ ແລະ ເສີມຂະຫຍາຍກຳລັງແຮງມູນເຊື້ອອັນດີງາມ, ປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນສາມັກຄີລະຫວ່າງ ຫວຽດນາມ - ກຸຍບາ.

Top