• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຄວ້າໄດ້ລາງວັນສູງທີ່ການເສັງປະດິດຄິດສ້າງ ແລະ startup ຈີນ - ອາຊຽນ

ກຸ່ມນັກຄົ້ນຄວ້າສະມາຊິກ 20 ຄົນ, ລວມມີທ່ານໝໍ, ນັກວິສະວະກອນ ແລະ ນັກສຶກສາ.
  ກຸ່ມນັກຄົ້ນຄວ້າມາຈາກມະຫາວິທະຍາໄລສາກົນ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ເປັນກຽດຮັບລາງວັນທີ 2 (ພາບ: TTXVN)  

ວັນທີ 17 ກຸມພາ, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ, ກຸ່ມນັກຄົ້ນຄວ້າມາຈາກມະຫາວິທະຍາໄລສາກົນ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ເປັນກຽດຮັບລາງວັນທີ 2 (ບໍ່ມີລາງວັນທີ 1) ໃນການເສັງປະດິດຄິດສ້າງ ແລະ startup ຈີນ - ອາຊຽນ (CAIEC) ປີ 2022 ໃຫ້ຊອບແວປະດິດສ້າງ “Brain Analytics”. ນີ້ແມ່ນຊອັບແວຊ່ວຍກວດພົບຄົນເຈັບເປັນພະຍາດ Alzheimer ດ້ວຍວິທີວິເຄາະພາບຖ່າຍສະໝອງ MRI.

ກຸ່ມນັກຄົ້ນຄວ້າສະມາຊິກ 20 ຄົນ, ລວມມີທ່ານໝໍ, ນັກວິສະວະກອນ ແລະ ນັກສຶກສາ. ໃນເບື້ອງຕົ້ນ, Brain Analytics ວາງເປົ້າໝາຍໃຫ້ໄດ້ຮັບການໜູນຊ່ວຍຈາກປະຊາຄົມ startup ແລະ ການແພດ ອາຊີ ເພື່ອພັດທະນາໂຄງການຢູ່ນອກ ຫວຽດນາມ ໃນອະນາຄົດ. ນອກຈາກ “Brain Analytics” ທີ່ໄດ້ຮັບລາງວັນທີ 2 CAIEC 2022 ຍັງໄດ້ຮັບລາງວັນໃຫ້ກິດຈະກຳຄົ້ນຄວ້າໃນຂົງເຂດການແພດຊີວະວິທະຍາ,  ວິທີປິ່ນປົວຈຸລັງ ເພື່ອປິ່ນປົວພະຍາດເບົາຫວານ type 1 ຂອງທ່ານນາງສາດສະດາຈານ ດັ້ງຖຸຍເຈິມ (ຊາວ ສິງກະໂປ ເຊື້ອຊາດ ຫວຽດນາມ).

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top