• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມືໃນຂົງເຂດການພິມຈຳໜ່າຍ

ບົດບັນທຶກການຮ່ວມມືສະບັບນີ້ ແມ່ນພື້ນຖານດ້ານນິຕິກຳທີ່ໝັ້ນຄົງ ເພື່ອໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມື


ພິທີລົງນາມໃນບົດບັນທຶກຮ່ວມມືໃນຂົງເຂດພິມຈຳໜ່າຍລະຫວ່າງກົມພິມຈຳໜ່າຍ, ການພິມ
ແລະ ການຈຳໜ່າຍຫວຽດນາມ ແລະ ສະຖາບັນປື້ມອ່ານກູບາ. 
(ພາບ: Minh Quyet/TTXVN)

ຕອນບ່າຍວັນທີ 08 ພຶດສະພາ, ຢູ່ຮ່າໂນ້ຍ, ກົມພິມຈຳໜ່າຍ, ການພິມ ແລະ ການຈຳໜ່າຍ (ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ), ສະຖາບັນປື້ມອ່ານກູບາ ( ກະຊວງວັດທະນະທຳກູບາ) ໄດ້ລົງນາມໃນບົດບັນທຶກຮ່ວມມືໃນຂົງເຂດພິມຈຳໜ່າຍ. ທ່ານ ຮ່ວາງຫວິງບ໊າວ ຮອງລັດຖະມົນຕີກະຊວງຖະແໜງຂ່າວ ແລະ ສື່ສານຫວຽດນາມ ພ້ອມດ້ວຍທ່ານ Juan Carlos Santana Molina ຮອງປະທານສະຖາບັນປື້ມກູບາ ໄດ້ຮ່ວມເປັນສັກຂີພິຍານໃນພິທີລົງນາມ.

        ບົດບັນທຶກການຮ່ວມມືສະບັບນີ້ ແມ່ນພື້ນຖານດ້ານນິຕິກຳທີ່ໝັ້ນຄົງ ເພື່ອໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມື; ພ້ອມທັງຢັ້ງຢືນວ່າ ສອງຝ່າຍຄວນສືບຕໍ່ມານະພະຍາຍາມກວ່າອີກ ເພື່ອຫັນບັນດາການເຄື່ອນໄຫວຮ່ວມມືໃຫ້ເປັນລະອຽດ. ປີ 2019, ສະຖາບັນປື້ມອ່ານກູບາ ຈະສ້າງເງື່ອນໄຂ ເພື່ອໃຫ້ກົມພິມຈຳໜ່າຍ, ການພິມ ແລະ ການຈຳໜ່າຍ ຕາງໜ້າໃຫ້ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມເຂົ້າຮ່ວມງານຕະຫຼາດນັດປື້ມອ່ານກູບາ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top