• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ກາຍເປັນນັກສົ່ງອອກຜະລິດຕະພັນເຄື່ອງຕຳແຜ່ນຕັດຫຍິບໃຫຍ່ທີ 2 ໃນໂລກ

      ການສົ່ງອອກເຄື່ອງຕຳແຜ່ນຕັດຫຍິບຂອງ ຫວຽດນາມ ມີການເຕີບໂຕ 6,4% ດ້ວຍມູນຄ່າການຕະຫຼາດບັນລຸ 29 ຕື້ USD.
(ພາບປະກອບ)
      ວັນທີ 02 ສິງຫາ, ເວັບໄຊ fashionunited.de ໄດ້ຄັດສະເໜີຕົວເລກສະຖິຕິໃໝ່ສຸດກ່ຽວກັບການຄ້າໂລກປີ 2021, ໂດຍອົງການການຄ້າໂລກ (WTO) ປະກາດໃຫ້ຮູ້ວ່າ, ຫວຽດນາມ ໄດ້ລື່ນກາຍ ບັງກະລາເທດ ກາຍເປັນນັກຜະລິດເຄື່ອງຕຳແຜ່ນຕັດຫຍິບໃຫຍ່ທີ 2 ໃນໂລກ. ປີ 2020, ການສົ່ງອອກເຄື່ອງຕຳແຜ່ນຕັດຫຍິບຂອງ ຫວຽດນາມ ມີການເຕີບໂຕ 6,4% ດ້ວຍມູນຄ່າການຕະຫຼາດບັນລຸ 29 ຕື້ USD. ໃນໄລຍະ 10 ປີຜ່ານມາ, ອັດຕາສ່ວນຂອງ ຫວຽດນາມ ໃນຕະຫຼາດເຄື່ອງຕຳແຜ່ນຕັດຫຍິບທົ່ວໂລກໄດ້ເພີ່ມຂຶ້ນຢ່າງແຮງ. ຫວຽດນາມ ພຽງແຕ່ຢືນຖັດຈາກ ຈີນ - ປະເທດກວມເອົາອັດຕາສ່ວນ 31,6% (ຫຼຸດລົງ 7% ໃນປີ 2020), ດ້ວຍມູນຄ່າສົ່ງອອກບັນລຸ 142 ຕື້ USD.
        ເວັບໄຊດັ່ງກ່າວຖືວ່າ: ຫວຽດນາມ ແລະ ສະຫະພາບເອີລົບ (ອີຢູ) ໄດ້ລົງນາມໃນສັນຍາການຄ້າເສລີ ແລະ ສິ່ງດັ່ງກ່າວກໍ່ຊ່ວຍຊຸກຍູ້ການສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດເອີລົບ ຫຼາຍພໍສົນຄວນ.
 (ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top