• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມໃຫ້ບຸລິມະສິດຊຸກຍູ້ບັນດາບັນຫາທົ່ວໂລກບົນພື້ນຖານກົດໝາຍສາກົນ

      ຄືແຫຼ່ງຂ່າວທີ່ໄດ້ອອກມາແລ້ວ, ໃນກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຫວຽດນາມໄດ້ຮັບເລືອກຕັ້ງ ເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສະຫະປະຊາຊາດອາຍຸການ 2020 – 2021. ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໄດ້ໃຫ້ສຳພາດຕໍ່ວົງການໜັງສືພິມ ກ່ຽວກັບຄວາມໝາຍ, ຜົນສຳເລັດຂອງເລື່ອງຫວຽດນາມໄດ້ຮັບເລືອກຕັ້ງ, ບັນດາຄວາມບຸລິມະສິດ, ຜົນປະໂຫຍດຕົວຈິງ ແລະ ສິ່ງທ້າທາຍ ເມື່ອ ຫວຽດນາມເປັນກຳມະການບໍ່ປະຈຳການຂອງ ອົງການຈັດຕັ້ງຫຼາຍຝ່າຍໃຫຍ່ທີສຸດໂລກ.


ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ
ໄດ້ໃຫ້ສຳພາດຕໍ່ວົງການໜັງສືພິມ. ພາບ: ເລີມແຄ໋ງ-VNA
      ເມື່ອກ່າວເຖິງຄວາມໝາຍຂອງເລື່ອງຫວຽດນາມໄດ້ຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນໃຫ້ຮູ້ວ່າ, ເມື່ອເຂົ້າຮ່ວມສະພາຄວາມໝັ້ນຄົງ, ຫວຽດນາມ ຈະເຂົ້າຮ່ວມອົງການຈັດຕັ້ງທົ່ວໂລກໜຶ່ງ ໃນຂົງເຂດຮັບປະກັນຄວາມປອດໄພ, ສັນຕິພາບ ແລະ ແກ້ໄຂບັນດາບັນຫາຂໍ້ພິພາດຢູ່ໃນໂລກ. ນີ້ກໍແມ່ນແຜນນະໂຍບາຍ ຂອງ ມະຕິຕົກລົງກອງປະຊຸມໃຫຍ່ຂອງພັກຄັ້ງທີ XII ຄືຫວຽດນາມຕັ້ງໜ້າ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ.
      ກ່ຽວກັບບັນດາຄວາມບຸລິມະສິດໃນອາຍຸການໃໝ່ຂອງ ຫວຽດນາມ ທີ່ສະພາຄວາມໝັ້ນຄົງ ສະຫະປະຊາຊາດຫຼັງການໄດ້ຮັບເລືອກຕັ້ງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນກໍໃຫ້ຮູ້ຕື່ອີກວ່າ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ມີບົດບາດສຳຄັນທີສຸດ ໃນບັນດາບັນຫາທົ່ວໂລກ, ພິເສດແມ່ນກ່ຽວກັບບັນຫາສັນຕິພາບ ແລະ ຄວາມສະຫງົບ. ຄວາມບຸລິມະສິດຂອງ ຫວຽດນາມ ແມ່ນເພີ່ມທະວີຍິ່ງຂຶ້ນ ບົດບາດ ຂອງ ລັດທິຫຼາຍຝ່າຍ, ປາດຖະໜາ ຊຸກຍູ້ລັດທິຫຼາຍຝ່າຍ, ເຄົາລົບກົດໝາຍສາກົນ, ແກ້ໄຂບັນດາບັນຫາທົ່ວໂລກ, ບັນດາບັນຫາທີ່ກ່ຽວພັນເຖິງສັນຕິພາບ, ຄວາມສະຫງົບ. ດ້ວຍບົດບາດຂອງຕົນ ຫວຽດນາມປາດຖະນາ ຢາກປະກອບສ່ວນ ເຂົ້າບັນດາບັນຫາຄື ການແກ້ໄຂ ຜົນຮ້າຍຢ້ອນຫຼັງຂອງການປະທະກັນ, ບັນຫາແມ່ຍິງ ແລະ ເດັກນ້ອຍໃນການປະທະກັນ ຫຼື ການເກັບກູ້ລະເບີດ ທີ່ຍັງບໍ່ທັນແຕກ ພາຍຫຼັງການປະທະກັນ, ນັ້ນແມ່ນບັນດາບັນຫາເຊິ່ງດ້ວຍປະສົບການກໍ່ຄືຜ່ານວິວັດການ ເຂົ້າຮ່ວມ, ຫວຽດນາມ ເຫັນວ່ານີ້ແມ່ນບັນຫາທີ່ມີຄວາມສຳຄັນທີ່ສຸດ.
      ແຕ່ວ່າ, ໃນໄລຍະຜ່ານມາ, ມີບົດຮຽນໃນສະພາຄວາມໝັ້ນຄົງວ່າ ກວ່າ 90% ບັນດາບັນຫາ ແກ້ໄຂ ໄດ້ຮັບຮອງເອົາຜ່ານການເຫັນດີເຫັນພ້ອມ. ສິ່ງດັ່ງກ່າວຮັບປະກັນ ໃຫ້ ການປະຕິບັດ ບັນດາມະຕິຕົກລົງ ຂອງ ສະພາຄວາມໝັ້ນຄົງ ມີປະສິດທິຜົນສູງກວ່າ. ເມື່ອບັນດາມະຕິຕົກລົງ ຂອງ ສະພາຄວາມໝັ້ນຄົງ ບໍ່ມີຄວາມເປັນເອກະສັນກັນ ຫຼື ມີການລົງຄະແນນຄ້ານຂອງໜຶ່ງສະມາຊິກບໍ່ປະຈຳສະພາ ຄວາມໝັ້ນຄົງ ໝາຍຄວາມວ່າ ໃນສະພາ ຄວາມໝັ້ນຄົງ ຄົງຕົວຄວາມແຕກຕ່າງ, ຊຳ້ບໍ່ໜຳແມ່ນແບ່ງແຍກກັນ. ນີ້ແມ່ນສິ່ງທີ່ ຫວຽດນາມຕ້ອງຫຼີກລ້ຽງ. ພິເສດ ຫວຽດນາມ ຕ້ອງມີການປະສານສົມທົບກັບບັນດາປະເທດສະມາຊິກປະຈຳການ ກໍຄືບໍ່ປະຈຳການ ເພື່ອສ້າງຄວາມເຫັນດີເຫັນພ້ອມດີທີສຸດໃນບັນຫາຕ່າງໆ.
      ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ເນັ້ນໜັກວ່າ ເມື່ອເຂົ້າຮ່ວມ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ເປົ້າໝາຍຂອງ ຫວຽດນາມ ແມ່ນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ມີຄວາມສະຖຽນລະພາບ ໃນໂລກ ແລະ ພາກພື້ນ. ເລື່ອງ ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ມີຄວາມສະຖຽນລະພາບໃນໂລກ ແລະ ພາກພື້ນນັ້ນເອງ ຈະຮັບປະກັນໃຫ້ແກ່ ຫວຽດນາມ ມີສະພາບແວດລ້ອມແຫ່ງສັນຕິພາບເພື່ອພັດທະນາ.
ປະຕິບັດໂດຍ: VNA, VNP

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top