
ທ່ານເຈີ່ນດຶກບິງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມປະຈໍາອາຊຽນ ຍື່ນສະເໜີສານແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອາຊຽນ Dato Lim Jock Hoi. (ພາບ:TTXVN)
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ອາຊຽນ ມີຄວາມປາດຖະໜາວ່າ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບທ່ານເອກອັກຄະລັດຖະທູດ ແລະ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈໍາອາຊຽນ ໃນວິວັດການດັ່ງກ່າວ. ທ່ານເລຂາທິການໃຫຍ່ສະແດງຄວາມພ້ອມແລ້ວ ທີ່ຈະສົມທົບ ແລະ ໜູນຊ່ວຍຫວຽດນາມ ໃນວິວັດການກະກຽມ ແລະ ຮັບດໍາລົງຕໍາແໜ່ງເປັນປະທານອາຊຽນໃນປີ 2020 ກໍຄືປະຕິບັດບັນດາເປົ້າໝາຍ, ບຸລິມະສິດ ເຊິ່ງຫວຽດນາມໄດ້ວາງອອກ ໃຫ້ປະກົດຜົນເປັນຈິງ ເພື່ອແນໃສ່ຊຸກຍູ້ການຮ່ວມມືຂອງອາຊຽນໃຫ້ຂຶ້ນສູ່ລະດັບສູງໃໝ່.
ທ່ານ ເຈີ່ນດຶກບິງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາອາຊຽນ ຢັ້ງຢືນວ່າ ຫວຽດນາມຖື ປະຊາຄົມອາຊຽນ ເປັນສໍາຄັນທີ່ສຸດ ໃນແນວທາງນະໂຍບາຍທາງການທູດ, ໃຫ້ຄໍາໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນ ແລະ ຄະນະເລຂານຸການອາຊຽນ ຜັນຂະຫຍາຍບັນດາບຸລິມະສິດສູງຂອງອາຊຽນໃນການກໍ່ສ້າງປະຊາຄົມອາຊຽນ ໃຫ້ເຂັ້ມແຂງ, ເສີມຂະຫຍາຍຖານະບົດບາດຂອງອາຊຽນໃຫ້ດີກວ່າອີກ.
(ແຫຼ່ງຄັດຈາກ VOV)