• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແຕ່ງຕັ້ງນາຍທະຫານຍິງຄົນທຳອິດເຂົ້າຮ່ວມຮັກສາສັນຕິພາບສະຫະປະຊາຊາດ

      ຕອບຄ່ຳວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ ກະຊວງປ້ອງກັນປະເທດຫວຽດນາມໄດ້ມອບຂໍ້ຕົກລົງຂອງປະທານປະເທດໃຫ້ແກ່ພະນັກງານຄົນທີ 20 ຂອງຫວຽດນາມໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ

ທ່ານພົນໂທ ຫງວຽນຈີ້ວິ້ງ ມອບຂໍ້ຕົກລົງຂອງປະທານປະເທດໃຫ້ແກ່ພັນຈັດຕະວາ ໂດ້ທິຮັ່ງງາ
      ພັນຈັດຕະວາ ໂດ້ທິຮັ່ງງາ ໄດ້ຮັບມອບໝານໜ້າທີ່ເປັນນາຍທະຫານເສນາທິການຮັບຜິດຊອບຕິດຕາມບັນດາການເຄື່ອນໄຫວດ້ານການທະຫານຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສ.ປ.ຊ ຢູ່ຊູດັງໃຕ້, ອາຍຸການ 1 ປີ ນັບແຕ່ວັນທີ 29 ຕຸລາເປັນຕົ້ນໄປ.      ນີ້ແມ່ນພະນັກງານຍິງຄົນທຳອິດຂອງຫວຽດນາມໄດ້ຮັບແຕ່ງຕັ້ງ ໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ. ທ່ານພົນໂທ ຫງວຽນຈີ້ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຮູ້ວ່າ : 
    “ ສຳລັບ ສ.ປ.ຊ, ການແຕ່ງຕັ້ງນາຍທະຫານຍິງ ໄປເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ ແມ່ນສະແດງໃຫ້ເຫັນນະໂຍບາຍຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ແມ່ນເປົ້າໝາຍສະຫັດສະວັດຂອງ ສ.ປ.ຊ, ຊຶ່ງເປັນການຢັ້ງຢືນບົດບາດຂອງແມ່ຍິງໃນບັນດາການເຄື່ອນໄຫວທີ່ມີລັກສະນະທົ່ວໂລກ, ໃນນັ້ນມີການເຄື່ອນໄຫວຮັກສາສັນຕິພາບ ”
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top