ວັນທີ 17 ກໍລະກົດ, ທ່ານ ເລແອັງຕວນ ແລະ ທ່ານນາງ Anna Joubin-Bret ເລຂານຸການ ຄະນະກຳມະການກົດໝາຍການຄ້າສາກົນ ສປຊ (UNCITRAL), ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມື (MOU) ລະຫວ່າງ ກະຊວງການຕ່າງປະເທດ ຫວຽດນາມ ແລະ UNCITRAL, ໄລຍະ 2025 – 2031 ດ້ວຍຈຸດສຸມການຮ່ວມມືກ່ຽວກັບກອບນິຕິກຳໃຫ້ແກ່ເສດຖະກິດສີຂຽວ ແລະເສດຖະກິດດິຈິຕອນ, ຊຸກຍູ້ການສ້າງກອບນິຕິກຳຂອງ ຫວຽດນາມໃຫ້ສົມບູນແບບໃຫ້ແກ່ການເຄື່ອນໄຫວດ້ານການຄ້າສາກົນ. ຄະນະຫວຽດນາມ ກໍ່ສົມທົບກັບຄະນະເລຂາ UNCITRAL ຈັດຕັ້ງເຫດການແນະນຳ “ຕະຫລາດ ກາກບອນ” ໃນວັນທີ 15ກໍລະກົດໃຫ້ແກ່ລາຍການປະຕິບັດງານຄັ້ງຈະມາເຖິງຂອງຄະນະກຳມະການ.
ທີ່ການພົບປະ ທ່ານ Ciyong Zou ຮອງຜູ້ອຳນວຍການໃຫຍ່ອົງການພັດທະນາອຸດສາຫະກຳ ສປຊ (UNIDO), ທ່ານ ຮອງລັດຖະມົນຕີ ເລແອັງຕວນ ສະເຫນີ UNIDO ສືບຕໍ່ຫນູນຊ່ວຍກ່ຽວກັບການໃຫ້ຄຳປຶກສານະໂຍບາຍ, ຍົກສູງກຳລັງຄວາມສາມາດ, ພັດທະນາອຸດສາຫະກຳສີຂຽວ, ທັນສະໄຫມກໍ່ຄືຜັນຂະຫຍາຍປະສິດທິຜົນບັນດາໂຄງການຂອງUNIDO ຢູ່ ຫວຽດນາມ.