• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເປັນປະທານກອງປະຊຸມຄັ້ງທຳອິດ ຄະນະກຳມະການຜູ້ຕາງໜ້າປະຈຳການ ອາຊຽນ

      ທີ່ວາລະໄຂກອງປະຊຸມ, ທ່ານ ເຈິ່ນດຶກບິ່ງ ໄດ້ແບ່ງປັນຄວາມໝາຍຂອງ ຫົວຂໍ້ ອາຊຽນສະໜິດຕິດພັນ ແລະ ເປັນເຈົ້າການຮັບມືແລະ ບັນດາບຸລິມະສິດຂອງຫວຽດນາມ ໃນປີ ປະທານ ອາຊຽນ 2020 ເພື່ອແນໃສ່ປະກອບສ່ວນເຂົ້າໃນການຊຸກຍູ້ການພັດທະນາປະຊາຄົມ ອາຊຽນໃຫ້ມີຄວາມໝັ້ນຄົງເຂັ້ມແຂງ

ທ່ານ ເຈິ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ, ເປັນປະທານກອງປະຊຸມ
(ພາບ: TTXVN) 
      ວັນທີ 9 ມັງກອນ ຢູ່ສຳນັກງານຄະນະເລຂາ ອາຊຽນ ຢູ່ ຈາກາຕາ ປະເທດ ອິນໂດເນເຊຍ, ໄດ້ດຳເນີນກອງປະຊຸມຄັ້ງທຳອິດຂອງ ຄະນະກຳມະການຜູ້ຕາງໜ້າປະຈຳ ອາຊຽນ (CPR ເດືອນມັງກອນ 2020) ໃນປີ ຫວຽດນາມ ປະທານ ອາຊຽນ 2020, ໂດຍມີການເຂົ້າຮ່ວມຂອງ ບັນດາທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາປະເທດອາຊຽນ ທັງໝົດ. ທ່ານ ເຈິ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ, ເປັນປະທານກອງປະຊຸມ.
        ກ່າວຄຳເຫັນທີ່ວາລະໄຂກອງປະຊຸມ, ທ່ານ ເຈິ່ນດຶກບິ່ງ ໄດ້ແບ່ງປັນຄວາມໝາຍຂອງ ຫົວຂໍ້ “ອາຊຽນສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແລະ ບັນດາບຸລິມະສິດຂອງຫວຽດນາມ ໃນປີ ປະທານ ອາຊຽນ 2020 ເພື່ອແນໃສ່ປະກອບສ່ວນເຂົ້າໃນການຊຸກຍູ້ການພັດທະນາປະຊາຄົມ ອາຊຽນໃຫ້ມີຄວາມໝັ້ນຄົງເຂັ້ມແຂງ, ເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ, ຍົກສູງຄວາມສາມາດໃນການປັບຕົວໃຫ້ແທດເໝາະກັບສະພາບການ, ຍາດແຍ່ງກາລະໂອກາດຂອງການປະຕິວັດອຸດສາຫະກຳ 4.0… ພ້ອມກັນນັ້ນ ທ່ານກໍ່ຢັ້ງຢືນວ່າ ໃນຖານະຕຳແໜ່ງເປັນປະທານ CPR, ຄະນະປະຕິບັດງານ ຫວຽດນາມ ຈະສຸມໃສ່ມານະພະຍາຍາມພ້ອມກັບບັນດາປະເທດສະມາຊິກ ແລະ ຄະນະເລຂາ ອາຊຽນ ສືບຕໍ່ຜັນຂະຫຍາຍໂຄງການປະຕິບັດວຽກງານ ປີ 2019 – 2020 ຂອງ CPR ດ້ວຍບັນດາຈຸດສຸມກ່ຽວກັບການເພີ່ມທະວີວຽກງານສົມທົບກັນແກ້ໄຂບັນດາບັນຫາ ແລະ ເນື້ອໃນ ລະຫວ່າງເສົາຄ້ຳ, ລະຫວ່າງຂົງເຂດໃນການທີ່ສ້າງປະຊາຄົມອາຊຽນ…
        ທ່ານ ເຈິ່ນດຶກບິ່ງ ໄດ້ເນັ້ນໜັກວ່າ ນອກຈາກໜ້າທີ່ເພີ່ມທະວີການພົວພັນ ແລະ ຮ່ວມມືກັບບັນດາປະເທດຄູ່ຮ່ວມມື ຢູ່ ອາຊຽນແລ້ວ, CPR ຈະບຸລິມະສິດຮຽບຮຽງໃຫ້ສຳເລັດໂດຍໄວກ່ຽວກັບ ແຜນການກະທຳໄລຍະ 2021 – 2025 8 ສະບັບ ລະຫວ່າງ ອາຊຽນກັບບັນດາຄູ່ຮ່ວມມືຄື ການາດາ, ຈີນ, ອິນເດຍ, ສະຫະພາບເອີລົບ (EU), ສ.ເກົາຫຼີ, ນິວຊີແລນ, ອາເມລິກາ ແລະ ສປຊ ເພື່ອ ຍື່ນສະເໜີໃຫ້ຮັບຮອງເອົາຢູ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດໃນເດືອນ ສິງຫາ 2020.
 (ແຫຼ່ງຄັດຈາກ VOV)

ນຳການພົວພັນເສດຖະກິດ 2 ຝ່າຍ ຫວຽດນາມ - ອາເມລິກາ ພັດທະນາຢ່າງມີສະຖຽນລະພາບ, ຍືນຍົງ

ນຳການພົວພັນເສດຖະກິດ 2 ຝ່າຍ ຫວຽດນາມ - ອາເມລິກາ ພັດທະນາຢ່າງມີສະຖຽນລະພາບ, ຍືນຍົງ

ຫວຽດນາມ ໄດ້ ແລະ ພວມສົມທົບກັບຝ່າຍ ອາເມລິກາ ຢ່າງແໜ້ນແຟ້ນ ເພື່ອຮັກສາທ່າພັດທະນາບັນດາສັນຍາການຄ້າ 2 ຝ່າຍຢ່າງຕັ້ງໜ້າ.

Top