• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຊື່ອມຕໍ່ສາຍການບິນທາງການຄ້າສາກົນໃນເງື່ອນໄຂຮັບປະກັນຄວາມປອດໄພ

      ວັນທີ 17 ກັນຍາ, ຢູ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບແຜນການເຊື່ອມຕໍ່ສາຍການບິນສາກົນຂອງຫວຽດນາມ. 

 ສະໜາມບິນໂນ້ຍບາຍຢຸດການເຄື່ອນໄຫວນັບແຕ່ເດືອນກຸມພາ (ພາບ: baoquocte.vn)
      ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມໃຫ້ຮູ້ວ່າ: ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີໄດ້ຕົກລົງໃຫ້ເຊື່ອມຕໍ່ບາງສາຍການບິນທາງການຄ້າລະຫວ່າງ ຫວຽດນາມ ກັບ 6 ປະເທດ ແລະ ເຂດແຄ້ວນຄື: ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ໄຕ້ຫວັນ, ລາວ ແລະ ກຳປູເຈຍ. ບັນດາເປົ້າໝາຍໄດ້ອະນຸຍາດໃຫ້ເຂົ້າເມືອງໃນສາຍການບິນທາງການຄ້ານີ້ລວມມີ: ພົນລະເມືອງຫວຽດນາມ, ຊາວຕ່າງປະເທດທີ່ຖືໜັງສືແຜ່ນແດນທາງການທູດ, ລັດຖະການ, ແມ່ນນັກຊ່ຽວຊານ, ນັກລົງທຶນ, ນັກຄຸ້ມຄອງວິສາຫະກິດ, ແຮງງານເຕັກນິກສູງ, ພໍ່ແມ່ພີ່ນ້ອງຂອງນັກຮຽນ, ນັກສຶກສາສາກົນ, ພໍ່ແມ່ພີ່ນ້ອງອາໄສຢູ່ຕ່າງປະເທດຂອງພົນລະເມືອງຫວຽດນາມ. ທ່ານນາງກ່າວວ່າ:
            ເພື່ອປະຕິບັດ, ຫວ່າງແລ້ວນີ້, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງໄດ້ເຮັດວຽກກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຕ່າງປະເທດ. ບັນດາຖ້ຽວບິນລະຫວ່າງ ຫວຽດນາມ ກັບຍີ່ປຸ່ນ, ສ.ເກົາຫຼີ, ໄຕ້ຫວັນ, ຈີນ ແມ່ນໄດ້ຜັນຂະຫຍາຍມາແຕ່ວັນທີ 15 ກັນຍາແລ້ວ ສ່ວນລາວ ແລະ ກຳປູເຈຍຈະຜັນຂະຫຍາຍໃນວັນທີ 22 ກັນຍາ. ຜູ້ຢາກເຂົ້າເມືອງຫວຽດນາມ ໃນສາຍການບິນດັ່ງກ່າວນັບທັງຜູ້ຜ່ານແດນໄປປະເທດອື່ນກໍ່ລ້ວນແຕ່ຕ້ອງປະຕິບັດຢ່າງເຂັ້ມງວດກ່ຽວກັບບັນດາເງື່ອນໄຂກວດສຸຂະພາບ, ວິໄຈກວດຫາເຊື້ອພາຍຫຼັງເຂົ້າເມືອງ ແລະ ປະຕິບັດການແຍກຕົວຢ່າງເໝາະສົມຕາມຂໍ້ກຳນົດປ້ອງກັນ, ຕ້ານໂລກລະບາດ Covid – 19 ຂອງຫວຽດນາມ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top