• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມງານແຂ່ງຂັນການທະຫານສາກົນ ປີ 2018 ຢູ່ ລັດເຊຍ

ວັນທີ 28 ກໍລະກົດ,ຢູ່ມົດສະກູ, ລັດເຊຍໄດ້ຈັດພິທີໄຂງານແຂ່ງຂັນການທະຫານສາກົນ ຄັ້ງທີ 4 ປີ 2018 ( Army Games 2018) ຂຶ້ນ, ໂດຍກະຊວງປ້ອງກັນປະເທດລັດເຊຍເປັນເຈົ້າພາບຈັດຕັ້ງ. ມີ 189 ກອງ ມາຈາກ 32 ປະເທດເຂົ້າຮ່ວມແຂ່ງຂັນ 28 ລາຍການ, ເຊິ່ງເລີ່ມແຕ່ວັນທີ 28 ກໍລະກົດ ຫາວັນທີ 11 ສິງຫາ.


ພິທີໄຂງານແຂ່ງຂັນການທະຫານ ສາກົນປີ 2018 ຢູ່ລັດເຊຍ

(ພາບ: Duong Tri/ TTXVN)

ຄະນະຜູ້ແທນຂັ້ນສູງກອງເສນາທິການໃຫຍ່ກອງທັບປະຊາຊົນຫວຽນດາມ ໂດຍທ່ານພົນໂທ ຟານວັນຢາງ, ຫົວໜ້າກອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດນໍາໜ້າເຂົ້າຮ່ວມ. ນີ້ແມ່ນຄັ້ງທໍາອິດທີ່ກະຊວງປ້ອງກັນປະເທດຫວຽດນາມ ແຕ່ງຕັ້ງຄະນະຜູ້ແທນຂັ້ນສູງໄປເຂົ້າຮ່ວມ ເພື່ອແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນບັນດາການຢ້ຽມຢາມຫວຽດນາມ ແລະ ສະຫະພັນລັດເຊຍຂອງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດໃນເດືອນມັງກອນ ແລະເດືອນເມສາ ປີ 2018 ຜ່ານມາ.

 (ແຫຼ່ງຄັດຈາກ VOV)

 


ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ ເສົາຄ້ຳຂອງລັດທິຫຼາຍຝ່າຍ

ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ “ເສົາຄ້ຳຂອງລັດທິຫຼາຍຝ່າຍ”

ຫວຽດນາມ ໄດ້ ແລະ ພວມແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບສະຫະປະຊາຊາດ.

Top