• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມການເຈລະຈາປ້ອງກັນຊາດເຊີອູນຄັ້ງທີ 8

      ຕອນເຊົ້າວັນທີ 03 ກັນຍາ, ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ນຳໜ້າຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ໄປສ.ເກົາຫຼີ ເຂົ້າຮ່ວມການເຈລະຈາດ້ານປ້ອງກັນຊາດເຊີອູນ ຄັ້ງທີ 8, ໃນລະຫວ່າງວັນທີ 03 – 09 ກັນຍາ.

ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ
(ພາບປະກອບ: TTXVN)
      ຫົວຂໍ້ຕົ້ນຕໍຂອງການເຈລະຈາຄັ້ງນີ້ແມ່ນ “ພ້ອມກັນສ້າງສັນຕິພາບ: ສິ່ງທ້າທາຍ ແລະ ສະພາບການໃນອະນາຄົດ” ລວມມີການເຈລະຈາຄົບຄະນະ 4 ຄັ້ງ ແລະ ການແລກປ່ຽນພິເສດ 3 ຄັ້ງ ທີ່ກ່ຽວຂ້ອງເຖິງການຮ່ວມມື, ສັນຕິພາບ, ສິ່ງທ້າທາຍ, ຄວາມໝັ້ນຄົງ…
        ເລື່ອງຫວຽດນາມ ເຂົ້າຮ່ວມການເຈລະຈາດັ່ງກ່າວ ແມ່ນເພື່ອແນໃສ່ຢືນຢັນບົດບາດຕັ້ງໜ້າ, ເປັນເຈົ້າການ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຫວຽດນາມ ສຳລັບບັນດາບັນຫາສາກົນ ແລະ ພາກພື້ນ; ຫວຽດນາມ ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນມິດຕະພາບກັບບັນດາປະເທດ ແລະ ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top