• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຮຽກຮ້ອງໃຫ້ຈີນຖອນກ່ຳປັ່ນສຳຫຼວດຫາຍຢ໊າງ 8 ແລະ ກ່ຳປັ່ນປ້ອງກັນອອກຈາກເຂດທະເລຂອງຫວຽດນາມ

ວັນທີ 13 ສິງຫາ 2019, ກ່ຳປັ່ນສຳຫຼວດ ຫາຍຢ໊າງ 8 ແລະ ກ່ຳປັ່ນປ້ອງກັນບາງລຳຂອງຈີນ ໄດ້ກັບມາເຄື່ອນໄຫວລ່ວງລະເມີດເຂດນານທະເລຂອງຫວຽດນາມ ຕື່ມອີກ.


ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ

(ພາບ: congan.com.vn)


ວັນທີ 16 ສິງຫາ, ເມື່ອຕອບຄຳຖາມຂອງນັກຂ່າວຫວຽດນາມ ແລະ ຕ່າງປະເທດທີ່ກ່ຽວຂ້ອງເຖິງເລື່ອງ ກ່ຳປັ່ນສຳຫຼວດ ຫາຍຢ໊າງ 8 ຂອງຈີນ ກັບມາເຄື່ອນໄຫວລ່ວງລະເມີດເຂດເສດຖະກິດພິເສດ ແລະ ໄຫຼ່ທະວີບຂອງຫວຽດນາມ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງວ່າ: “ຕາມຂໍ້ມູນຂ່າວຈາກບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ, ວັນທີ 13 ສິງຫາ 2019, ກ່ຳປັ່ນສຳຫຼວດ ຫາຍຢ໊າງ 8 ແລະ ກ່ຳປັ່ນປ້ອງກັນບາງລຳຂອງຈີນ ໄດ້ກັບມາເຄື່ອນໄຫວລ່ວງລະເມີດເຂດນານທະເລຂອງຫວຽດນາມ ຕື່ມອີກ. ນີ້ແມ່ນເຂດທະເລຂຶ້ນກັບສິດອຳນາດອະທິປະໄຕ ແລະ ສິດອຳນາດສານຂອງຫວຽດນາມ, ເຊິ່ງໄດ້ກຳນົດຕາມບັນດາຂໍ້ກຳນົດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຫວຽດນາມ ໄດ້ປະຊາສຳພັນກັບຈີນ, ຄັດຄ້ານຕໍ່ເລື່ອງຈີນ ດຳເນີນບັນດາການລ່ວງລະເມີດຢ່າງຮ້າຍແຮງທີ່ຄ້າຍຄືກັນຕື່ມອີກ ແລະ ຮຽກຮ້ອງໃຫ້ຈີນ ຕ້ອງຖອນບັນດາກຸ່ມກ່ຳປັ່ນດັ່ງກ່າວອອກຈາກເຂດນານທະເລຂອງຫວຽດນາມ, ເຄົາລົບສິດອຳນາດອະທິປະໄຕ, ສິດອຳນາດສານ, ບັນດາສິດ ແລະ ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍ ແລະ ຊອບທຳຂອງຫວຽດນາມ ຕາມສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ກົດໝາຍສາກົນ.

ບັນດາກຳລັງທີ່ມີໜ້າທີ່ຂອງຫວຽດນາມ ໄດ້ສືບຕໍ່ຜັນຂະຫຍາຍບັນດາມາດຕະການໃນການປະຕິບັດອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານຢ່າງຖືກຕ້ອງຕາມກົດໝາຍຫວຽດນາມ ແລະ ກົດໝາຍສາກົນ. ຫວຽດນາມ ກໍ່ຢືນຢັນຖືເປັນສຳຄັນສັນຕິພາບ, ຄວາມໝັ້ນຄົງ, ເຄົາລົບກົດໝາຍຢູ່ທະເລຕາເວັນອອກ ແລະ ມີເຈດຕະນາດີແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບກັບຈີນ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ ແລະ ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ສາກົນ, ພ້ອມທັງເດັດດ່ຽວປົກປັກຮັກສາບັນດາສິດ ແລະ ຜົນປະໂຫຍດອັນຊອບທຳ ແລະ ຖືກຕ້ອງຕາມກົດໝາຍຂອງຕົນ. ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງ ແລະ ປະຊາຄົມສາກົນຕັ້ງໜ້າປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ, ຢູ່ພາກພື້ນ ແລະ ສາກົນ”.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top