• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຮຽກຮ້ອງບັນດາປະເທດປະຕິບັດຄຳໝັ້ນສັນຍາກ່ຽວກັບການຫລຸດຜ່ອນນິວເຄຼຍ

ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ
​ຫົວ​ໜ້​າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ປະ​ຈຳ ສ​ປ​ຊ
(ພາບ: TTXVN)
      ໃນ​ລະ​ຫວ່າງວັນ​ທີ 27 – 31/3/2017, ທີ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ ຢູ່​ນິວຢອກ ປະ​ເທດ ອາ​ເມ​ລິ​ກາ, ໄດ້​ດຳ​ເນີນ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 1 ກອງ​ປ​ະ​ຊຸມ​ເຈ​ລະ​ຈາ​ເຄື່ອງ​ມື​ນິ​ຕິ​ທຳ ​ໂດຍຜຸ​ກ​ຮັດ​ເພື່ອ​ແນ​ໃສ່​ຕ້ານ​ອາ​ວຸດ​ນິວ​ເຄຼຍ, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ​ຢ່​​າງສິ້ນ​ເຊິ່ງ. ກ່​າວ​ຄຳ​ເຫັນ​ທີ່​ວາ​ລະ​ປຶກ​ສາ​ຂັ້ນ​ສູງ​ໃນ​ວັນ​ທີ 28/3, ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ, ​ຫົວ​ໜ້​າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ, ​ໄດ້ແບ່ງ​ປັນ​ຄວາມ​ວິ​ຕົກ​ວັງ​ວົນ​ກ່ຽວ​ກັບ​ໄພ​ນາ​ບ​ຂູ່​ຂອ​ງ​ອາ​ວຸດ​ນິວ​ເຄຼຍ​ສຳ​ລັບ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ ແລະ ຜົນ​ຮ້າຍ​ກ່ຽວ​ກັບ​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ອາ​ວຸດ​ນິວ​ເຄຼຍ. ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຢັ້ງ​ຢືນຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝ​ີ​ປາຍ ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ ສຳ​ລັບ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສາ​ກົນ​ເພື່ອ​ແນ​ໃສ່​​ຫລຸດ​ຜ່ອນ​ນິວ​ເຄຼຍ​ຢ່າ​ງ​ຮອບ​ດ້ານ ແລະ ເຖິງ​ຖອງ, ໃນ​ນັ້ນ​ມີ​ເລື່ອງ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃນ​ຄັ້ງນີ້. ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ກໍ່​ຮ​ຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ມີ​ອາ​ວຸດ​ນິວ​ເຄຼຍ ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ຫລຸດ​ຜ່ອນ​ນິວ​ເຄຼຍ, ຮັບ​ປະ​ກັນ​ບໍ່​ບຸກ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ນິວ​ເຄຼຍ​ແນ​ໃສ່​ບັນ​ດາ​ປະ​ເທດບໍ່​ມີ​ອາ​ວຸດ​ນິວ​ເຄຼຍ ແລະ ເຄົາ​ລົບ​ບັນ​ດາ​​ຂົງເຂດ​ປອດ​ນິວ​ເຄຼຍ; ພ້ອມ​​ທັງ​ຢັ້ງ​ຢືນ​ເລື່ອງ​ຊຸກ​ຍູ້, ຮັກ​ສາ ແລະ ປັບ​ປຸງ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ລວມ​ຂອງ​ທຸກໆ​ປະ​ເທດ​ສະ​ມາ​ຊິກ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top