• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມສືບຕໍ່ຮັກສາທ່າພັດທະນາການພົວພັນກັບ ອາເມລິກາ

      ວັນທີ 30 ເມສາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ ຮ່າກິມງອັກ ໄດ້ມີການແລກປ່ຽນທາງອອນລາຍກັບທ່ານ Joaquin Castro ສະມາຊິກສະພາຕໍ່າ, ຮອງປະທານຄະນະກໍາມະການພົວພັນຕ່າງປະເທດຂອງສະພາຕໍ່າ, ທັງເປັນປະທານກຸ່ມ ອາຊຽນ ຂອງສະພາແຫ່ງຊາດ ອາເມລິກາ.
ທ່ານເອກອັກຄະລັດຖະທູດ ຮ່າກິມງອກ ແລະ ສະມາຊິກສະພາຕໍ່າ Joaquin Castro ກໍສະແດງຄວາມພາກພູມໃຈຕໍ່ບັນດາບາດກ້າວພັດທະນາຢ່າງແຮງຂອງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອາເມລິກາ ໃນຫຼາຍຂົງເຂດ. ໃນຈຸດເວລາທີ່ຫຍຸ້ງຍາກ ເມື່ອໂລກລະບາດໂຄວິດ - 19 ຜັນແປຢ່າງສັບສົນ, ສອງປະເທດໄດ້ຮ່ວມມືກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນໃນການພົວພັນສອງຝ່າຍ ແລະ ບັນດາກົນໄກຮ່ວມມື ອາຊຽນ - ອາເມລິກາ ເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດ ແລະ ກະກຽມບັນດາມາດຕະການເພື່ອຟື້ນຟູເສດຖະກິດ, ສືບຕໍ່ຊຸກຍູ້ການພົວພັນເສດຖະກິດ - ການຄ້າ - ການລົງທຶນ.

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ ຮ່າກິມງອັກ (ພາບ: vov.vn)
      ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ຢັ້ງຢືນວ່າ ໃນໄລຍະເວລາທີ່ຫຍຸ້ງຍາກນີ້, ອາຊຽນ ຍາມໃດກໍສາມັກຄີ, ເປັນເອກະພາບ ແລະ ຮ່ວມມືກັບບັນດາຄູ່ຮ່ວມມືຢ່າງມີປະສິດທິຜົນ, ໃນນັ້ນມີ ອາເມລິກາ ໃນການຄວບຄຸມໂລກລະບາດ ແລະ ຂອບໃຈການໜູນຊ່ວຍຢ່າງທັນການຂອງ ອາເມລິກາໃຫ້ບັນດາປະເທດ ອາຊຽນ, ໃນນັ້ນມີຫວຽດນາມ.
ເນື່ອງໃນໂອກາດນີ້, ທ່ານສະມາຊິກສະພາຕໍ່າ Joaquin Castro ຕີລາຄາສູງຕໍ່ເລື່ອງ ຫວຽດນາມ ມີເຈດຕະນາດີໜູນຊ່ວຍ ອາເມລິກາ. ທ່ານກໍຢັ້ງຢືນວ່າ ອາເມລິກາ ຍາມໃດກໍສະໜັບສະໜູນ ອາຊຽນ ຢ່າງແຮງ, ສະໜັບສະໜູນການພົວພັນຄູ່ຮ່ວມມືຍຸດທະສາ ອາເມລິກາ - ອາຊຽນ ແລະ ສະໜັບສະໜູນປີເປັນປະທານ ອາຊຽນ ຂອງຫວຽດນາມ. ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ທ່ານສະມາຊິກສະພາຕໍ່າ Joaquin Castro ຢັ້ງຢືນວ່າ ກຸ່ມ ອາຊຽນ ສັງກັດສະພາແຫ່ງຊາດ ອາເມລິກາ ແລະ ໃນນາມສ່ວນຕົວ, ຍາມໃດທ່ານກໍຄັດຄ້ານບັນດາການກະທໍາລະເມີດອະທິປະໄຕ, ໄປຝືນກັບກົດໝາຍສາກົນ ແລະ ຄວາມເປັນລະບຽບຮຽບຮ້ອຍ ໂດຍອີງຕາມລະບຽບກົດໝາຍ, ອັນໄດ້ເຮັດໃຫ້ປ່ຽນແປງສະພາບການເດີມ ແລະ ເຮັດໃຫ້ພາກພື້ນຂາດສະຖຽນລະພາບ. ທ່ານ Castro ກໍສະແດງຄວາມສະໜັບສະໜູນຕໍ່ເລື່ອງ ບັນດາປະເທດຢູ່ຍານລຸ່ມແມ່ນໍ້າຂອງ ແລະ ອາເມລິກາ ຈະຍົກສູງກົນໄກຮ່ວມມື ຈາກ ຂໍ້ລິເລີ່ມຍານລຸ່ມແມ່ນໍ້າຂອງ ກາຍເປັນຄູ່ຮ່ວມມື ແມ່ນໍ້າຂອງ - ອາເມລິກາ ເພື່ອຂົງເຂດແມ່ນໍ້າຂອງພັດທະນາແບບຍືນຍົງ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top