• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມສືບຕໍ່ພ້ອມກັບອາຊຽນຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດແລະການຮ່ວມມືຮອບດ້ານກັບ ສ.ເກົາຫລີ ກວ່າອີກ

ເມື່ອຕອບສຳພາດກ່ຽວກັບໝາກຜົນການເຂົ້າຮ່ວມກອງປະຊຸມສຸດຍອດສະເຫລີມສະຫລອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມື ອາຊຽນ - ສ.ເກົາຫລີ ແລະ ເຂົ້າຮ່ວມກອງປະຊຸດສຸດຍອດ  ແມ່ຂອງ - ສ.ເກົາຫລີ ແລະ ຢ້ຽມຢາມ ສ.ເກົາຫລີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍການນໍາບັນດາປະເທດ ອາຊຽນ ແລະ ສ.ເກົາຫຼີ ທີ່ກອງປະຊຸມສຸດຍອດ ອາຊຽນ - ສ.ເກົາຫຼີ (ພາບ: TTXVN)

ທ່ານ ຫງວຽນກວັກຢູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນວ່າ ດ້ວຍບົດບາດແມ່ນປະທານ ອາຊຽນ ໃນປີ 2020, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມຢ່າງເປັນເຈົ້າການ, ປະກອບສ່ວນຕັ້ງຫນ້າໃຫ້ກອງປະຊຸມ. ທ່ານນາຍົກລັດຖະມົນຕີ ຍົກອອກບັນດາການກຳນົດທິດສຳຄັນ ຊຸກຍູ້ ແລະ ຍົກສູງລະດັບຄວາມສຳຄັນ ອາຊຽນ - ສ.ເກົາຫລີ ໃນ 30 ປີຕໍ່ໄປ. ທ່ານນາຍົກລັດຖະມົນຕີ ຢືນຢັນ ຫວຽດນາມ ສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນພ້ອມກັບບັນດາປະເທດ ອາຊຽນ ຍູ້ແຮງການພົວພັນຮ່ວມມືຍຸດທະສາດ ແລະ ການຮ່ວມມືຮອບດ້ານກັບ ສ.ເກົາຫລີ ກວ່າອີກ ເພື່ອໃຫ້ສົມກັບ ຄວາມສາມາດບົ່ມຊ້ອນ ແລະ ຄວາມປາດຖະຫນາຂອງທັງສອງຝ່າຍ. ທີ່ກອງປະຊຸມ, ບັນດາປະເທດ ອາຊຽນ ແລະ ສ.ເກົາຫລີ ລ້ວນແຕ່ສະແດງຄວາມເຊື່ອໝັ້ນ ແລະ ຢືນຢັນ ຈະຕັ້ງຫນ້າສະຫນັບສະຫນູນຫວຽດນາມ ຮັບບົດບາດປະທານ ອາຊຽນ ໃນປີ 2020 ຢ່າງສຳເລັດຜົນ.
(ແຫຼ່ງຄັດຈາກ VOV)

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ທີ່ບັນດາການພົບປະເຈລະຈາ, ສົນທະນາ, ການນຳ ຫວຽດນາມ ໄດ້ຕີລາຄາສູງເລື່ອງເປັນຄັ້ງທຳອິດທີ່ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ

Top