• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຢືນຢັນຄືນນະໂຍບາຍສະເໝີຕົ້ນສະເໝີປາຍກ່ຽວກັບການນຳໃຊ້ພະລັງງານນິວເຄຼຍເພື່ອສັນຕິພາບ

      ຫວຽດນາມຢືນຢັນຄືນນະໂຍບາຍສະເໝີຕົ້ນສະເໝີປາຍກ່ຽວກັບການນຳໃຊ້ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບ, ຮຽກຮ້ອງໃຫ້ບັນດາປະເທດເຂົ້າຮ່ວມບັນດາສົນທິສັນຍາສາກົນກ່ຽວກັບຄວາມໝັ້ນຄົງ, ຄວາມປອດໄພດ້ານນິວເຄຼຍ, ເພື່ອແນໃສ່ນຳໃຊ້ພະລັງງານນິວເຄຼຍຢ່າງປອດໄພ, ຍືນຍົງ ແລະ ມີຄວາມຮັບຜິດຊອບ.

ພາບປະກອບ: Nguyen Dung/TTXVN) 
      ນີ້ແມ່ນສານຕົ້ນຕໍທີ່ທ່ານເອກອັກຄະລັດຖະທູດ ເຢືອງຈີຢຸງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳສະຫະປະຊາຊາດ ແລະ ບັນດາອົງການສາກົນອື່ນຢູ່ເຊີແນວ, ປະເທດສະວິດ, ກ່າວຄຳເຫັນໃນວັນທີ 01 ພຶດສະພາ, ໃນຂອບເຂດການປຶກສາຫາລື 03 ຫົວຂໍ້ ກ່ຽວກັບການນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບຂອງກອງປະຊຸມຄັ້ງທີ 02 ຄະນະກຳມະການກະກຽມປີ 2018, ກະກຽມໃຫ້ກອງປະຊຸມສຳຫຼວດກວດຄືນສົນທິສັນຍາທີ່ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ປີ 2020. ທ່ານເອກອັກຄະລັດຖະທູດເຢືອງຈີຢຸງ ໄດ້ຢຶນຢັນຄືນສິດ ແລະ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມກ່ຽວກັບການນຳໃຊ້ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບຕາມມາດຕາ 04 ຂອງ NPT. ຫວຽດນາມໄດ້ປະກາດໃຊ້ຍຸດທະສາດນຳໃຊ້ພະລັງງານປະລະມານູເພື່ອຈຸດປະສົງສັນຕິພາບປີ 2006, ກົດໝາຍວ່າດ້ວຍພະລັງງານປາລະມະນູປີ 2008 ແລະເອກະສານຖືກຕ້ອງຕາມກົດໝາຍອື່ນຫຼາຍສະບັບ. ສຳລັບການຮ່ວມມືສາກົນ, ຫວຽດນາມໄດ້ລົງນາມໃນສັນຍາຮັບປະກັນນິວເຄຼຍ ແລະ ອະນຸສັນຍາສະບັບເພີ່ມເຕີມກັບອົງການພະລັງງານປະລະມານູສາກົນ (IAEA) ກໍຄືເຂົ້າຮ່ວມສົນທິສັນຍາສາກົນກ່ຽວກັບຄວາມໝັ້ນຄົງ, ຄວາມປອດໄພດ້ານນິວເຄຼຍຂອງ IAEA ເກືອບທັງໝົດ. ບົນຈິດໃຈດັ່ງກ່າວ, ທ່ານເອກອັກຄະລັດຖະທູດເຢືອງຈີ໋ຢຸງ ໄດ້ຮຽກຮ້ອງບັນດາປະເທດເຂົ້າຮ່ວມສົນທິສັນຍາສາກົນກ່ຽວກັບຄວາມໝັ້ນຄົງ, ຄວາມປອດໄພດ້ານນິວເຄຼຍ, ແຈ້ງຂ່າວໂດຍໄວ, ໜູນຊ່ວຍກັນເມື່ອເກີດອຸປະຕິເຫດນິວເຄຼຍ, ຖືນີ້ແມ່ນວິທີການຮັບປະກັນໃນການນຳໃຊ້ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບຢ່າງປອດໄພ, ຍືນຍົງ ແລະ ມີຄວາມຮັບຜິດຊອບ.
 (ແຫຼ່ງຄັດຈາກ VOV)
 

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວູ​ຫ໋າຍກວນ ໃຫ້​ຮູ້​ວ່າ ຫົວ​ຂໍ້ “ພັດ​ທະ​ນາ​ການ​ເຊື່ອມ​ຕໍ່​ແບບ​ອັດ​ສະ​ລິ​ຍະ, ຄຸ້ມ​ຄອງ AI, ສ້າງ​ສັນ​ການ​ຫັນ​ເປັນ​ AI” ສ່ອງ​ແສງ​ສາມ​ບຸ​ລິ​ມະ​ສິດ​ທີ່​ມີ​ການ​ເຊື່ອມ​ຕໍ່​ ນຳ​ກັນ ຢ່າງ​ແໜ້ນ​ແຟ້ນ.

Top