• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມພ້ອມ​ແລ້ວ​ທີ່​ຈະ​ເຈລະຈາ​ກັບ ອາ​ເມ​ລິ​ກາ ກ່ຽວກັບ​ຄວາມ​​​ແຕກ​​ໂຕນ​ດ້ານສິດທິມະນຸດ

“ນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມ ແມ່ນເຄົາລົບ, ຮັບປະກັນສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ ຫຼືບໍ່ເຊື່ອຖືສາສະໜາຂອງພົນລະເມືອງ...”


ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ 

ວັນທີ 04 ກໍລະກົດ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄໍາຖາມກ່ຽວກັບການຕີລາຄາຂອງຫວຽດນາມ ຕໍ່ບົດລາຍງານກ່ຽວກັບສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ ສາກົນ ຂອງກະຊວງການຕ່າງປະເທດ ອາເມລິກາ ຫວ່າງມໍ່ໆນີ້ ຍັງມີບາງການຕີລາຄາ ທີ່ຂາດພາວະວິໄສ ໂດຍອີງໃສ່ບັນດາຂໍ້ມູນຂ່າວທີ່ຜິດເຂວກ່ຽວກັບ ຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ:

        “ນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມ ແມ່ນເຄົາລົບ, ຮັບປະກັນສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ ຫຼືບໍ່ເຊື່ອຖືສາສະໜາຂອງພົນລະເມືອງ. ສິ່ງດັ່ງກ່າວໄດ້ລະບຸຢ່າງຈະແຈ້ງໃນລັດຖະທໍາມະນູນ, ໃນລະບົບການປັບປຸງກົດໝາຍຂອງຫວຽດນາມ ໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງ ແລະ ໄດ້ຮັບການຮັບປະກັນ, ປະຕິບັດໃນຕົວຈິງ. ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື ແລະ ເຈລະຈາກັບ ອາເມລິກາ ໃນບັນຫານີ້ ເພື່ອສາມາດຮັດແຄບຄວາມແຕກໂຕນກັນ, ຊຸກຍູ້ຄວາມເຂົ້າໃຈເຊິ່ງກັນແລະກັນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ”.

        ກ່ຽວຂ້ອງເຖິງແຫຼ່ງຂ່າວທີ່ວ່າ ອາເມລິກາ ຕົກລົງຈັດວາງອັດຕາພາສີສູງສໍາລັບຜະລິດຕະພັນເຫຼັກກ້າບາງຊະນິດຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ ຢັ້ງຢືນວ່າ:

        “ກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ໄດ້ຕັກເຕືອນ ແລະ ສະເໜີແນະໃຫ້ບັນດາວິສາຫະກິດພາຍໃນປະເທດ ກ່ຽວກັບເລື່ອງ ບັນດາອົງການສືບສວນຂອງບັນດາປະເທດນໍາເຂົ້າໃນນັ້ນ ມີ ອາເມລິກາ, ອາດຈະປ່ຽນແປງຂໍ້ກໍານົດ ແລະ ວາງອອກບັນດາຄວາມຮຽກຮ້ອງຕ້ອງການທີ່ເຄັ່ງຄັດກວ່າໃນບັນດາເຫດການສືບສວນປົກປ້ອງການຄ້າ, ເພື່ອໃຫ້ບັນດາວິສາຫະກິດຫວຽດນາມຄົ້ນຄວ້າ ວາງອອກບັນດາຍຸດທະສາດດໍາເນີນທຸລະກິດໃຫ້ເໝາະສົມ. ບັນດາອົງການຈັດຕັ້ງຂອງຫວຽດນາມ ຈະສືບຕໍ່ແລກປ່ຽນກັບຝ່າຍ ອາເມລິກາ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງບັນດາວິສາຫະກິດ, ເໝາະສົມກັບຂໍ້ກໍານົດຂອງກົດໝາຍ ແລະ ສັນຍາສະບັບຕ່າງໆຂອງ WTO, ພ້ອມທັງສະກັດກັ້ນບັນດາການກະທໍາລະເມີດກົດໝາຍຢ່າງເດັດຂາດ”. 

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top