• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມນຳເອົາ80%ລະບຽບການບໍລິຫານເຂົ້າປະຕູຖານຂໍ້ມູນເອເລັກໂຕນິກປີ 2018

      ວັນທີ 11 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານ ເວືອງດີງເຫ້ວ ຮອງນາຍົກລັດຖະມົນຕີ ຫວຽດນາມ, ຫົວຫນ້າຄະນະຊີ້ນຳແຫ່ງຊາດກ່ຽວກັບກົນໄກປະຕູດຽວ, ກົນໄກປະຕູດຽວຂອງ ອາຊຽນ ແລະ ສ້າງຄວາມສະດວກດ້ານການຄ້າ, ເປັນປະທານວາລະປະຊຸມຂອງຄະນະຊີ້ນຳ ເພື່ອຍົກອອກບັນດາມາດຕະການໃຫ້ແກ່ 6 ເດືອນທ້າຍປີ 2017. 

ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວຊີ້ນຳກອງປະຊຸມກ່ຽວກັບກົນໄກປະຕູດຽວ ອາຊຽນ
      ມາຮອດປະຈຸບັນ, ຫວຽດນາມ ໄດ້ພ້ອມແລ້ວທີ່ຈະເຊື່ອມຕໍ່ ກັບກົນໄກປະຕູດຽວອາຊຽນ ຢ່າງເປັນທາງການ ເມື່ອອະນຸສັນຍາດ້ານນິຕິກຳກ່ຽວກັບກົນໄກປະຕູດຽວ ອາຊຽນ ມີຜົນສັກສິດ. ປະຈຸບັນ ມີ 9 ປະເທດ ສະມາຊິກ ອາຊຽນ ອະນຸມັດອະນຸສັນຍາ ແລະ ຫວຽດນາມ ພວມສືບຕໍ່ເຈລະຈາເພື່ອເປີດກວ້າງການແລກປ່ຽນໃບແຈ້ງພາສີຕື່ມອີກ ແລະ ບັນດາຫນັງສືຢັ້ງຢືນການກວດໂລກລະບາດສຳລັບສິນຄ້າສົ່ງອອກ ນຳເຂົ້າໃນອາຊຽນ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຊີ້ແຈ້ງວ່າ: ການສ້າງຄວາມສະດວກດ້ານການຄ້າຄວນໄດ້ຮັບການປະຕິບັດພ້ອມກັບການຕ້ານສໍ້ໂກງການຄ້າ. ກ່ຽວກັບກົນໄກປະຕູດຽວ, ກົນໄກປະຕູດຽວອາຊຽນ ແລະ ການສ້າງຄວາມສະດວກດ້ານການຄ້າ, ທ່ານຮອງນາຍົກລັດຖະມົນຕີ ສະເຫນີ ສູ້ຊົນ ເຖິງປີ 2018 , ນຳ 80% ລະບຽບການບໍລິຫານເຂົ້າໃນປະຕູຖານຂໍ້ມູນເອເລັກໂຕນິກ. 
 (ແຫຼ່ງຄັດຈາກ VOV)

ສື່ມວ​ນ​ຊົນ ລາວ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ສື່ມວ​ນ​ຊົນ ລາວ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ບັນດາອົງການສື່ມວນຊົນໃຫຍ່ຂອງລາວ ເຊັ່ນ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ, ສະຖານີໂທລະພາບແຫ່ງຊາດ ລາວ, ໜັງສືພິມປະຊາຊົນ, Vientiane Times, ປະເທດລາວ, ໄດ້ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.

Top