• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຕັ້ງໜ້າເຂົ້າຮ່ວມຊຸກຍູ້ການພັດທະນາທົ່ວໂລກ

     ໃນລະຫວ່າງວັນທີ 22 – 23 ພະຈິກ, ທ່ານຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດກຸ່ມ 20 ພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ຢູ່ນະຄອນ Nagoya, ປະເທດ ຍີ່ປຸ່ນ. ກອງປະຊຸມໄດ້ປຶກສາຫາລືບັນດາເນື້ອໃນຈຸດສຸມຂອງໂຄງການດໍາເນີນງານຂອງ G20 ໃນປີ 2019.

ທ່ານຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່່າງປະເທດຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ 
      ກ່າວຄໍາເຫັນທີ່ 2 ວາລະປະຊຸມກ່ຽວກັບການບໍລິຫານທົ່ວໂລກ, ການຄ້າ ແລະ ພັດທະນາແບບຍືນຍົງ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ສະເໜີບັນດາປະເທດຊຸກຍູ້ການປະຕິຮູບການບໍລິຫານທົ່ວໂລກ, ກ່ອນອື່ນໝົດແມ່ນບັນດາກົນໄກຫຼາຍຝ່າຍ ເພື່ອແກ້ໄຂບັນດາບັນຫາທົ່ວໂລກຢ່າງມີປະສິດທິຜົນ. ທ່ານຫວັງວ່າ G20  ພ້ອມກັບບັນດາກົນໄກຫຼາຍຝ່າຍຄວນສືບຕໍ່ຖືລັດທິຫຼາຍຝ່າຍເປັນສໍາຄັນ, ນໍາໜ້າໃນການປະຕິບັດບັນດາຄໍາໝັ້ນສັນຍາສາກົນຢ່າງຄົບຖ້ວນ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນການຊຸກຍູ້ການສ້າງຄວາມເປັນລະບຽບຮຽບຮ້ອຍຂອງໂລກ ໂດຍອີງໃສ່ກົດໝາຍ, ຄວາມຍຸຕິທໍາ, ສະເໝີພາບ ແລະ ໝັ້ນຄົງ. ທ່ານ ບຸ່ຍແທັງເຊີນ ຢັ້ງຢືນວ່າ ໃນຖານະຕໍາແໜ່ງເປັນປະທານອາຊຽນໃນປີ 2020 ແລະ ກໍາມະການບໍ່ປະຈໍາສະພາຄວາມໝັ້້ນຄົງ ສປຊ ອາຍຸການ 2020 – 2021, ຫວຽດນາມ ຈະພ້ອມກັບປະຊາຄົມສາກົນ ເພີ່ມທະວີການສົມທົບ, ຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງບັນດາກົນໄກທົ່ວໂລກ ແລະ ບັນດາອົງການຈັດຕັ້ງຂອງພາກພື້ນ ເພື່ອປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ປັບປຸງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາແບບຍືນຍົງ.
        ກ່າວຄໍາເຫັນທີ່ວາລະປະຊຸມກ່ຽວກັບການພັດທະນາແບບຍືນຍົງ, ທ່ານບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ປະຕິບັດໂຄງການດໍາເນີນງານຮອດປີ 2030 ແລະ ຂໍ້ຕົກລົງປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຢ່າງຄົບຖ້ວນ; ສະເໜີບັນດາປະເທດ G20 ນໍາໜ້າໃນການປະຕິບັດຄໍາໝັ້ນສັນຍາ, ຊ່ວຍໜູນບັນດາປະເທດພວມພັດທະນາປະຕິບັດໂຄງການດໍາເນີນງານຮອດປີ 2030 ຢ່າງແທດຈິງ; ຊຸກຍູ້ການສ້າງເຄືອຂ່າຍເຊື່ອມຕໍ່ບັນດາສູນກາງປ່ຽນແປງໃໝ່ປະດິດຄິດສ້າງທົ່ວໂລກ ເພື່ອໃຫ້ບັນດາປະເທດພວມພັດທະນາຍາດແຍ່ງກາລະໂອກາດຈາກການປ່ຽນແປງໃໝ່ປະດິດຄິດສ້າງ.
        ຢູ່ນອກກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ພົບປະ, ແລກປ່ຽນກັບລັດຖະມົນຕີການຕ່າງປະເທດ ແລະ ຫົວໜ້າຄະນະຜູ້ແທນຂອງບັນດາປະເທດ ເຊິ່ງລວມມີ ຍີ່ປຸ່ນ, ອາເມລິກາ, ຈີນ, ອັງກິດ, ການາດາ, ຝລັ່ງ, ອົດສະຕາລີ, ຈີເລ...
 (ແຫຼ່ງຄັດຈາກ VOV)
 


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top