• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງສະຫະປະຊາຊາດເດືອນມັງກອນປີ 2020 ສຳເລັດຜົນ

ເລື່ອງດຳລົງຕຳແໜ່ງປະທານໃນເດືອນທຳອິດທີ່ເປັນສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງ, ສະແດງຄວາມຊົມເຊີຍຕໍ່ຫວຽດນາມ ທີ່ໄດ້ປະຕິບັດສຳເລັດໜ້າທີ່ດັ່ງກ່າວ.


ກອງປະຊຸມສະຫຼຸບບັນດາການເຄື່ອນໄຫວໃນຖານະຕຳແໜ່ງປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ເດືອນມັງກອນ 2020

(ພາບ: TTXVN)


ວັນທີ 31 ມັງກອນ, ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ເປັນປະທານກອງປະຊຸມສະຫຼຸບບັນດາການເຄື່ອນໄຫວໃນຖານະຕຳແໜ່ງປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ເດືອນມັງກອນ 2020, ເປີດສາກອາຍຸການດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ (2020 – 2021) ຂອງຫວຽດນາມ. ໂດຍຮັບໜ້າທີ່ເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ, ຫວຽດນາມ ໄດ້ເລືອກເອົາຫົວຂໍ້ບຸລິມະສິດໃນເດືອນແມ່ນ ຊຸກຍູ້ການປະຕິບັດກົດບັດຂອງສະຫະປະຊາຊາດເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ຂໍ້ລິເລີ່ມທີ່ຍົກອອກມາແມ່ນເພື່ອແນໃສ່ປະກອບສ່ວນຊຸກຍູ້ການເຄົາລົບກົດໝາຍສາກົນ, ກົດບັດສະຫະປະຊາຊາດ ແລະ ຢືນຢັນຄືນໃໝ່ກ່ຽວກັບຄວາມສຳຄັນຂອງການຮ່ວມມືຫຼາຍຝ່າຍໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.

          ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບ, ຜູ້ຕາງໜ້າບັນດາປະເທດຖືວ່າ ເລື່ອງດຳລົງຕຳແໜ່ງປະທານໃນເດືອນທຳອິດທີ່ເປັນສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງ, ສະແດງຄວາມຊົມເຊີຍຕໍ່ຫວຽດນາມ ທີ່ໄດ້ປະຕິບັດສຳເລັດໜ້າທີ່ດັ່ງກ່າວ, ຕີລາຄາ 2 ເຫດການກ່ຽວກັບການຊຸກຍູ້ການເຄົາລົບກົດບັດສະຫະປະຊາຊາດ ແລະ ການຮ່ວມມືລະຫວ່າງສະຫະປະຊາຊາດ - ອາຊຽນ ແມ່ນຂີດໝາຍສຳຄັນໃນການເຄື່ອນໄຫວຂອງສະຫະປະຊາຊາດ. ມີຫຼາຍຄຳເຫັນໄດ້ຖືວ່າ, ຫວຽດນາມ ໄດ້ສ້າງໂຄງການດຳເນີນງານທີ່ເໝາະສົມ, ແກ້ໄຂບັນດາບັນຫາສັບສົນທີ່ເກີດຂຶ້ນຢ່າງມີໄຫວພິບ, ຮັບຮູ້ຄວາມມານະພະຍາຍາມຂອງຫວຽດນາມ ໃນການສະໜອງບັນດາຂໍ້ມູນກ່ຽວກັບວຽກງານຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໃຫ້ແກ່ບັນດາປະເທດທີ່ບໍ່ແມ່ນສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ອົງການບໍ່ຂຶ້ນກັບລັດຖະບານ ແລະ ສື່ມວນຊົນ ໃນໜ້າທີ່ເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງເປັນປະຈຳ. ມີຫຼາຍຄຳເຫັນກໍ່ສະເໜີໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດປັບປຸງວິທີເຮັດວຽກເພື່ອບັນລຸປະສິດທິຜົນກວ່າ, ຕອບສະໜອງບັນດາບັນຫາຮີບດ່ວນທີ່ເກີດຂຶ້ນໄດ້ຢ່າງທັນການ…

          ເດືອນ ກຸມພາ 2020, ປະເທດແບນຊິກ ແມ່ນປະເທດດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງສະຫະປະຊາຊາດຕໍ່ໄປ.

 (ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top