• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຍາມໃດກໍ່ປາດຖະໜາຢາກຍູ້ແຮງການພົວພັນກັບບັນດາອົງການຈັດຕັ້ງສາກົນ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງຂອງສະຫະປະຊາຊາດປະຈຳຫວຽດນາມ ໂດຍທ່ານ Kamal Malhotra, ຜູ້ປະສານງານຂອງສະຫະປະຊາຊາດ ປະຈຳຫວຽດນາມ ນຳໜ້າ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງຂອງສະຫະປະຊາຊາດປະຈຳຫວຽດນາມ. (ພາບ: VGP)

ຕອນບ່າຍວັນທີ 8 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງຂອງຫະປະຊາຊາດປະຈຳຫວຽດນາມ ໂດຍທ່ານ Kamal Malhotra, ຜູ້ປະສານງານຂອງສະຫະປະຊາຊາດ ປະຈຳຫວຽດນາມ ນຳໜ້າ.

        ທ່ານ Kamal Malhotra ຕາງໜ້າໃຫ້ບັນດາອົງການຈັດຕັ້ງສະຫະປະຊາຊາດປະຈຳຫວຽດນາມ ອວຍພອນຫວຽດນາມ ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກສຳເລັດຜົນ. ທ່ານ Kamal Malhotra ຊີ້ແຈ້ງວ່າ, ຍາມໃດສະຫະປະຊາຊາດກໍ່ໃຫ້ບຸລິມະສິດເພີ່ມທະວີການຮ່ວມມືກັບຫວຽດນາມ, ໜູນຊ່ວຍຫວຽດນາມ ໃນບັນຫາວັກຊິນກັນເຊື້ອພະຍາດໂຄວິດ-9 ຮັບປະກັນສຸຂະພາບໃຫ້ແກ່ປະຊາຊົນ. ສະຫະປະຊາຊາດ, ອົງການອະນາໄມໂລກ (WHO)… ເຂົ້າຮ່ວມ COVAX ຈະມານະພະຍາຍາມຜັນຂະຫຍາຍສະໜອງວັກຊິນກັນເຊື້ອພະຍາດໂຄວິດ-19 ງວດທຳອິດກ່ອນທ້າຍເດືອນກຸມພານີ້.

        ທ່ານ Kidong Park, ຫົວໜ້າອົງການ WHO ປະຈຳຫວຽດນາມ ສະແດງຄວາມຕັດສິນໃຈຈະຮ່ວມເດີນທາງພ້ອມກັບຫວຽດນາມ ມຸ່ງໄປເຖິງການພັດທະນາໃນອະນາຄົດ; ພ້ອມທັງເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ປະຕິບັດນະໂຍບາຍຮ່ວມມືກັບບັນດາຄູ່ຮ່ວມມືສາກົນ ແລະ WHO ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືກັບຫວຽດນາມ ໃນບັນດາກົນໄກ 2 ຝ່າຍ ແລະ ຫຼາຍຝ່າຍ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ໃນການຊຸກຍູ້ການພົວພັນກັບຫວຽດນາມ, ບັນລຸໝາກຜົນລະອຽດຫຼາຍຢ່າງ, ແທດຈິງໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຢາກຍູ້ແຮງການພົວພັນກັບບັນດາອົງການຈັດຕັ້ງສາກົນ, ບັນດາຄູ່ຮ່ວມມືສຳຄັນ; ສະເໜີໃຫ້ບັນດາອົງການຈັດຕັ້ງສະຫະປະຊາຊາດ, WHO… ສືບຕໍ່ໜູນຊ່ວຍຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top