• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວິງຟຸກ ປຸກລະດົມເດືອນມະນຸດສະທຳປີ 2024 “ການເດີນທາງມະນຸດສະທຳ - ມອບຮັບຄວາມຮັກແພງ”

ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາງ ບຸ່ຍທີຮ່ວາ, ປະທານສະພາກາແດງ ຫວຽດນາມ ປາດຖະໜາວ່າສະພາກາແດງທຸກຂັ້ນໃນແຂວງ, ພະນັກງານ, ສະມາຊິກ, ນັກອາສາສະໝັກ, ຊາວໜຸ່ມໃນສະພາກາແດງແຕ່ລະຄົນ ພ້ອມກັນສ້າງປະຊາຄົມສາມັກຄີ, ສັງຄົມກ້າວໜ້າ, ສິວິໄລ...
ພິທີປຸກລະດົມໄດ້ຈັດຂຶ້ນຢູ່ແຂວງ ຫວິງຟຸກ (ພາບ:Hoàng Hùng - TTXVN)

ວັນທີ 13 ພຶດສະພາ, ສະພາກາແດງ ແຂວງຫວີງຟຸກ ໄດ້ຈັດພິທີປຸກລະດົມເດືອນມະນຸດສະທຳປີ 2024 ດ້ວຍຫົວຂໍ້ “ການເດີນທາງມະນຸດສະທຳ - ມອບຮັບຄວາມຮັກແພງ”. ໃນເດືອນມະນຸດສະທຳປີນີ້, ສະພາກາແດງທຸກຂັ້ນໃນແຂວງ ຫວິງຟຸກ ໄດ້ວາງເປົ້າໝາຍສູ້ຊົນຂົນຂວາຍ ແລະ ໜູນຊ່ວຍຜູ້ປະສົບກັບຄວາມຫຍຸ້ງຍາກຢ່າງໜ້ອຍສຸດແຕ່ 4.000 – 4.500 ຄົນດ້ວຍຫຼາຍຮູບແບບ ແລະ ລະດັບໜູນຊ່ວຍທີ່ແຕກຕ່າງກັນ… ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາງ ບຸ່ຍທີຮ່ວາ, ປະທານສະພາກາແດງ ຫວຽດນາມ ປາດຖະໜາວ່າສະພາກາແດງທຸກຂັ້ນໃນແຂວງ, ພະນັກງານ, ສະມາຊິກ, ນັກອາສາສະໝັກ, ຊາວໜຸ່ມໃນສະພາກາແດງແຕ່ລະຄົນ ພ້ອມກັນສ້າງປະຊາຄົມສາມັກຄີ, ສັງຄົມກ້າວໜ້າ, ສິວິໄລ, ເຕັ້ມໄປດ້ວຍນ້ຳໃຈມະນຸດ. ຈາກນັ້ນ, ເພື່ອໃຫ້ເດືອນມະນຸດສະທຳກາຍເປັນເດືອນທົ່ວປວງຊົນເຮັດວຽກງານມະນຸດສະທຳ; “ແຕ່ລະອົງການ, ແຕ່ລະບຸກຄົນຕິດພັນກັບສະຖານທີ່ມະນຸດສະທຳ”, ປະກອບສ່ວນປະຕິບັດແຜນນະໂຍບາຍໜູນຊ່ວຍສັງຄົມຂອງພັກ ແລະ ລັດ.

        ໂດຍຕອບສະໜອງເດືອນມະນຸດສະທຳປີ 2024, ສະພາກາແດງແຂວງ ຫວີງຟຸກ ໄດ້ຮັບການສະໜັບສະໜູນ ແລະ ຈົດທະບຽນການຂົນຂວາຍສະໜັບສະໜູນຈຳນວນເງິນກ່ວາ 3,2 ຕື້ດົ່ງ (120.000 ໂດລາສະຫະລັດ).

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top