• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ ເກົາຫຼີ, ຍີ່ປຸ່ນ ເຫັນດີເປັນເອກະພາບຈັດກອງປະຊຸມສຸດຍອດ 3 ຝ່າຍກັບ ຈີນ

ປະຈຸບັນ, ສ ເກົາຫຼີ ພວມດຳລົງຕຳແໜ່ງ ປະທານກອງປະຊຸມສຸດຍອດ ສ ເກົາຫຼີ - ຍີ່ປຸ່ນ - ຈີນ ແລະ ເຊີອຸນ ພວມຊຸກຍູ້ການຈັດກອງປະຊຸມໃນທ້າຍປີນີ້.
ທ່ານປະທານາທິບໍດີ ສ ເກົາຫຼີ Yoon Suk Yeol ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishid (ພາບ:YONHAP/TTXVN)
ທ່ານປະທານາທິບໍດີ ສ ເກົາຫຼີ Yoon Suk Yeol ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishid (ພາບ:YONHAP/TTXVN)
ທ່ານປະທານາທິບໍດີ ສ ເກົາຫຼີ Yoon Suk Yeol ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishid (ພາບ:YONHAP/TTXVN)

ວັນທີ 10 ກັນຍາ, ທ່ານປະທານາທິບໍດີ ສ ເກົາຫຼີ Yoon Suk Yeol ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໄດ້ມີການເຈລະຈາສອງຝ່າຍຢູ່ນອກກອງ ປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດ ພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າ ຂອງໂລກ (G20), ເຊິ່ງຈັດຂຶ້ນຢູ່ ນະຄອນຫຼວງ ນິວເດລີ, ປະເທດ ອິນເດຍ. ທີ່ການເຈລະຈາ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການຈັດກອງປະຊຸມ ສຸດຍອດ 3 ຝ່າຍ ສ ເກົາຫຼີ - ຍີ່ປຸ່ນ - ຈີນ.

ປະຈຸບັນ, ສ ເກົາຫຼີ ພວມດຳລົງຕຳແໜ່ງ ປະທານກອງປະຊຸມສຸດຍອດ ສ ເກົາຫຼີ - ຍີ່ປຸ່ນ - ຈີນ ແລະ ເຊີອຸນ ພວມຊຸກຍູ້ການຈັດກອງປະຊຸມໃນທ້າຍປີນີ້. ຖ້າຫາກໄດ້ດຳເນີນ, ນີ້ຈະແມ່ນກອງປະຊຸມສຸດຍອດ 3 ຝ່າຍ ສ ເກົາຫຼີ - ຍີ່ປຸ່ນ - ຈີນ ຄັ້ງທີທຳອິດ ໃນຮອບເວລາ 4 ປີຜ່ານມາ.

ທີ່ກອງປະຊຸມສຸດຍອດ 3 ຝ່າຍຄັ້ງທຳອິດໃນປີ 2008, ການນຳ 3 ປະເທດໄດ້ເຫັນດີ ຈັດກອງປະຊຸມປະຈຳປີ ແລະ ເປັນປະທານໝູນວຽນ. ແຕ່ເຖິງຢ່າງໃດກໍ່ຕາມ, ພາຍຫຼັງ ກອງປະຊຸມຄັ້ງຫຼ້າສຸດທີ່ຈັດຂຶ້ນຢູ່ ຈີນ ໃນເດືອນ ທັນວາ 2019, ກໍ່ຍັງບໍ່ທັນມີກອງປະຊຸມຄັ້ງ ໃດຖືກຈັດຂຶ້ນຕື່ມອີກ. ສາຍເຫດແມ່ນຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19, ກໍ່ຄືການໂຕ້ຖຽງກັນ ເຊິ່ງກ່ຽວຂ້ອງເຖິງບັນດາບັນຫາໃນປາງສົງຄາມ ເຮັດໃຫ້ການພົວພັນ ຍີ່ປຸ່ນ - ສ ເກົາຫຼີ ຫຼຸດລົງໃນລະດັບຕ່ຳສຸດໃນຫຼາຍປີ.

(ແຫຼ່ງຄັດຈາກ VOV)

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ເຊື່ອມ​ຊືມ​ຢ່າງ​ເລິກ​ເຊິ່ງ, ກຳ​ແໜ້ນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ກ່ຽວ​ກັບ​ກອງ​ທັບ, ການ​ປ້ອງ​ກັນ​ຊາດ.

Top