• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ປ.ເກົາຫຼີ ປະ​ກາດ ຍິງ​ທົດ​ລອງ​ລູກ​ສອນ​ໄຟ​​ນຳ​ວິ​ຖີໄລ​ຍະ​ກາງ​ນຳ​ໃຊ້​ເຊື້ອ​ເພີງ​ແຂງ ສຳ​ເລັດຜົນ

ສປປ.ເກົາຫຼີ ໄດ້ຍິງທົດລອງລູກສອນໄຟນຳວິຖີໄລຍະກາງທີ່ນຳໃຊ້ເຊື້ອເພີງແຂງສຳເລັດຜົນ ຄືເປັນສ່ວນໜຶ່ງຂອງການເຄື່ອນໄຫວປະຈຳໄລຍະ ແນໃສ່ພັດທະນາບັນດາລະບົບອາວຸດໃຫ້ເຂັ້ມແຂງ.
ຮູບພາບຍິງລູກສອນໄຟນຳວິຖີ “Hwasong-18” ຂອງ ສປປ.ເກົາຫຼີ (ພາບ: KCNA/TTXVN)

ວັນທີ 15 ມັງກອນ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ຖະແຫຼງວ່າ ສປປ.ເກົາຫຼີ ໄດ້ຍິງທົດລອງລູກສອນໄຟນຳວິຖີໄລຍະກາງທີ່ນຳໃຊ້ເຊື້ອເພີງແຂງສຳເລັດຜົນ ຄືເປັນສ່ວນໜຶ່ງຂອງການເຄື່ອນໄຫວປະຈຳໄລຍະ ແນໃສ່ພັດທະນາບັນດາລະບົບອາວຸດໃຫ້ເຂັ້ມແຂງ.

ຕາມ KCNA  ແລ້ວ, ລູກສອນໄຟມີລະດັບຄວາມໄວເໜືອສຽງ ໄດ້ຍິງໃນຕອນບ່າຍວັນທີ 14 ມັງກອນ ເພື່ອແນໃສ່ກວດກາຄວາມສາມາດໃນການຄວບຄຸມ ແລະ ຄວາມໝັ້ນທຽງຂອງການບິນຂອງຫົວລູກສອນໄຟ ກໍຄື ຄຸນນະພາບຂອງເຄື່ອງຈັກນຳໃຊ້ເຊື້ອເພີງແຂງຂອງລູກສອນໄຟ. ຖະແຫຼງການຂອງ KCNA ຊີ້ແຈ້ງວ່າ ເຫດຍິງທົດລອງດັ່ງກ່າວ ບໍ່ໄດ້ກໍ່ຜົນກະທົບໃດໆຕໍ່ຄວາມປອດໄພຂອງບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ບໍ່ກ່ຽວຂ້ອງເຖິງສະພາບຄວາມໝັ້ນຄົງຂອງພາກພື້ນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຕ້ອງປ່ຽນແປງໃໝ່ລະບົບຈຳໜ່າຍນ້ຳມັນເຊື້ອໄຟຢ່າງແທ້ຈິງ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຕ້ອງປ່ຽນແປງໃໝ່ລະບົບຈຳໜ່າຍນ້ຳມັນເຊື້ອໄຟຢ່າງແທ້ຈິງ

ຕອນເຊົ້າວັນທີ 11 ກັນຍາ, ທີ່ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງກ່ຽວກັບການສ້າງໂຄງປະກອບ ແລະ ຈັດສັນລະບົບການຈຳໜ່າຍນ້ຳມັນເຊື້ອໄຟຄືນໃໝ່.

Top