• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ປ.ເກົາຫຼີ ຕັດ​ຂາດ​ຊ່ອງ​ທາງ​ຕິດ​ຕໍ່​ພົ​ວ​ພັນຄວບ​ຄຸມ​ການ​ສັນ​ຈອນ​ທາງ​ອາ​ກາດ​ກັບ ສ.ເກົາຫຼີ

ສປປ.ເກົາຫຼີ ໄດ້ແຈ້ງໃຫ້ ICAO ຮັບຊາບວ່າ ຈະຢຸດຕິການເຄື່ອນໄຫວຊ່ອງທາງຕິດຕໍ່ດັ່ງກ່າວເລີ່ມແຕ່ປີ 2025, ແຕ່ ສ.ເກົາຫຼີ ໄດ້ສະແດງທັດສະນະເປັນຫຼາຍຄັ້ງແລ້ວວ່າ ມີຄວາມຈຳເປັນຕ້ອງຮັກສາຊ່ອງທາງຕິດຕໍ່ໂດຍກົງນີ້.
(ພາບເອກະພາບ: AP/TTXVN)

ວັນທີ 12 ກຸມພາ, ກະຊວງທ້ອນໂຮມປະເທດເປັນເອກະພາບ ສ.ເກົາຫຼີ ໃຫ້ຮູ້ວ່າ ສປປ.ເກົາຫຼີ ໄດ້ແຈ້ງໃຫ້ອົງການການບິນພົນລະເຮືອນສາກົນ (ICAO) ກ່ຽວກັບແຜນການຕັດຂາດຊ່ອງທາງຕິດຕໍ່ຄວບຄຸມການສັນຈອນທາງອາກາດກັບ ສ.ເກົາຫຼີ. ປີ 2024, ສປປ.ເກົາຫຼີ ໄດ້ແຈ້ງໃຫ້ ICAO ຮັບຊາບວ່າ ຈະຢຸດຕິການເຄື່ອນໄຫວຊ່ອງທາງຕິດຕໍ່ດັ່ງກ່າວເລີ່ມແຕ່ປີ 2025, ແຕ່ ສ.ເກົາຫຼີ ໄດ້ສະແດງທັດສະນະເປັນຫຼາຍຄັ້ງແລ້ວວ່າ ມີຄວາມຈຳເປັນຕ້ອງຮັກສາຊ່ອງທາງຕິດຕໍ່ໂດຍກົງນີ້.

ຕາມຂໍ້ຕົກລົງປີ 1997, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ສ້າງຊ່ອງທາງຕິດຕໍ່ໂດຍກົງລະຫວ່າງສູນຄວບຄຸມການສັນຈອນທາງອາກາດ ຢູ່ Daegu  ຂອງ ສ.ເກົາຫຼີ ແລະ ພຽງຢ່າງ ຂອງ ສປປ.ເກົາຫຼີ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການສັນຈອນຄົມມະນາຄົມທາງອາກາດລະຫວ່າງສອງພາກ ເກົາຫຼີ. ເຖິງຢ່າງໃດກໍຕາມ, ຊ່ອງທາງຕິດຕໍ່ດັ່ງກ່າວບໍ່ໄດ້ນຳໃຊ້ ຍ້ອນບໍ່ມີການສັນຈອນຄົມມະນາຄົມທາງອາກາດລະຫວ່າງສອງປະເທດ, ແຕ່ຍັງມີການຕິດຕໍ່ດຳເນີນເປັນປະຈຳ ໃນເວລາ 7 ໂມງເຊົ້າຂອງທຸກໆວັນ ເພື່ອກວດກາການເຊື່ອມຕໍ່ຂອງຊ່ອງທາງຕິດຕໍ່ນີ້. ປັດຈຸບັນ, ຍັງບໍ່ທັນຮູ້ຢ່າງລະອຽດວ່າ ສປປ.ເກົາຫຼີ ຍັງຢາກຕັດຂາດຊ່ອງທາງຕິດຕໍ່ພົວພັນນີ້ອີກຫຼືບໍ.

(ແຫຼ່ງຄັດຈາກ VOV)

ເລຂາທິການໃຫຍ່ສະຫະປະຊາຊາດ: ກົດບັດສະຫະປະຊາຊາດຕ້ອງໄດ້ເຄົາລົບ

ເລຂາທິການໃຫຍ່ສະຫະປະຊາຊາດ: ກົດບັດສະຫະປະຊາຊາດຕ້ອງໄດ້ເຄົາລົບ

ຕາມທ່ານເລຂາທິການໃຫຍ່ Antonio Guterres ແລ້ວ, ກົດບັດສະຫະປະຊາຊາດແມ່ນຖະແຫຼງການກ່ຽວກັບຄວາມຫວັງ ແລະ ເປັນພື້ນຖານຂອງການຮ່ວມມືສາກົນເພື່ອໂລກທີ່ດີງາມກວ່າ.

Top