• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ຊ ຢຸດ​ຕິ​ບັ້ນ​ກູ້​ຊ່ວຍ​ລູກ​ເຮືອ 11.000 ຄົນ

ສ​ປ​ຊ ຢຸດ​ຕິ​ບັ້ນ​ກູ້​ຊ່ວຍ​ລູກ​ເຮືອ 11.000 ຄົນ. 7 ປະ​ເທດ​ປະ​ຕິ​ເສດ​ການ​ເກັບ​ຄ່າ​ທຳ​ນຽມ​ຢູ​ຊ່ອງ​ແຄ​ບ​ທະ​ເລ Hormuz
ພາບປະກອບ

ຕອນ​ຄ່ຳ​ວັນ​ທີ 25 ມິ​ຖຸ​ນາ, ອົງ​ການເດີນທະເລ​ຂອງ ສ​ປ​ຊ (IMO), ໄດ້​ຖະ​ແຫຼງ ຢຸດ​ຕິ​ບັ້ນ​ກູ້​ຊ່ວຍກຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ 600 ລຳ ແລະ ​ລູກ​ເຮືອ 11.000 ຄົນ ທີ່​ຖືກ​ຕິດ​ຄ້າງ​ຢູ່​ເຂດ​ອ່າວ​ເປີ​ເຊຍ ຍ້ອນ​ການ​ປະ​ທະ​ກັນ. ການ​ກະ​ທຳ​ນີ້​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ເວ​ລາ​ທີ່​ກຳ​ປັ່ນ​ຂົນ​ສົ່ງ​​ສິນ​ຄ້າລຳ​ໜຶ່ງ​ທີ່ບໍ່​ທັນ​ຮູ້​ວ່າແມ່ນ​ຂອງ​ປະ​ເທດ​ໃດ ຖືກ​ບຸກ​ໂຈມ​ຕີ​ຢູ່​ເຂດ​ທະ​ເລ Oman ໃນ​ຕອນ​ແລງວັນ​ທີ 25 ມິ​ຖຸນາ ແຕ່ບໍ່​ກໍ່​ຜົນ​ເສຍ​ຫາຍ​ໃດໆ​ທາງ​ຊີ​ວິດ​ອິນ​ຊີ​ເທື່ອ.

ນີ້​ແມ່ນ​ຄັ້ງທຳ​ອິດນັບ​ແຕ່​ເວ​ລາ ອາ​ເມ​ລິ​ກາ ແລະ ອີ​ຣານ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ເມື່ອ​ກາງ​ເດືອນນີ້ ຊື່ງ​ມີ​ກຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ຖືກ​ບຸກ​ໂຈມ​ຕີ​ຢູ່​ບັນ​ດາ​ເຂດ​ທະ​ເລ​ຂອງ​ພາກ​ພື້ນນີ້. ເຫດ​ການ​ໄດ້​ດຳ​ເນີນ​ໄປ​ ໃນ​ສະ​ພາບ​ການ​ທີ່​ອົງ​ການ​ເດີນທະເລ​ສາ​ກົນ ຂຶ້ນ​ກັບ ສ​ປ​ຊ (IMO) ເມື່ອ​ວັນ​ທີ 23 ມິ​ຖຸ​ນາ ເລີ່ມ​ເປີດ​ບັ້ນ​​ພິ​ເສດ ແນ​ໃສ່​ກູ້​ຊ່ວຍ​ກຳ​ປັ່ນ​ຂົນ​ສົ່ງ​ສິນຄ້າ​ນັບ​ຮ້ອຍ​ລຳ ພ້ອມ​ກັບ​ລູກ​ເຮືອປະ​ມານ 11.000 ຄົນ​ທີ່​ພວກ​ຖືກ​ຕິດ​ຄ້າງ​ຢູ່​ເຂດ​ອ່າວ​ເປີ​ເຊຍ ເນື່ອງຈາກ​ຊ່ອງ​ແຄບ​ທະ​ເລ Hormuz ຖືກ​ປິດ​ຍ້ອນ​ການ​ປະ​ທະ​ກັນ.

ກ່ຽວ​ຂ້ອງເຖິງ​ບັນ​ຫາ​ຊ່ອງ​ແຄບ​ທະ​ເລ Hormuz, ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ພ້ອມ​ກັບ​ຄູ່​ຕຳ​ແໜ່ງ​ບັນ​ດາ​ປະ​ເທດ​ຂຶ້ນ​ກັບ​ສະ​ພາ​ການຮ່ວມ​ມື​ເຂດ​ອ່າວ (GCC), ຄື Saudi Arabia, UAE, Kuwait, Qatar, Bahrain ແລະ Oman, ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ໃນວັນທີ 25 ມິຖຸນາ ໂດຍ​ຮຽກ​ຮ້ອງ​ໃຫ້​ເປີດ​ຊ່ອງ​ແຄບ​ທະ​ເລ Hormuz ຄືນ​ໃໝ່ ແລະ ປະ​ຕິ​ເສດ​ການ​ຈັດ​ວາງ​ການ​ເກັບ​ຄ່າ​ທຳ​ນຽມ​ຕໍ່​ສາຍ​ຂົນ​ສົ່ງ​ສາ​ກົນ​ພິ​ເສດນີ້.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top