• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ຊ ພ້ອມ​ກັບ ອາ​ຊຽນ ຊຸກ​ຍູ້​ມາດ​ຕະ​ການ​ສ້າງ​ສະ​ພາບ​ການ​ຢູ່ ມຽນ​ມາ​ ໃຫ້​ເປັນ​ປົກ​ກະ​ຕິ

ວັນທີ 22 ເມສາ, ທ່ານນາງ Christine Schraner Burgener ທູດພິເສດ ສປຊ ຮັບຜິດຊອບກ່ຽວກັບບັນຫາ ມຽນມາ ໄດ້ເດີນທາງໄປຍັງ ຈາກາຕາ, ອິນໂດເນເຊຍ ເພື່ອພົບປະກັບເຈົ້າໜ້າທີ່ຂັ້ນສູງຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແນໃສ່ຊອກຫາວິທີການຊ່ວຍຢຸດຕິສະພາບການຂາດສະຖຽນລະພາບຢູ່ ມຽນມາ.
ຕຳຫຼວດ ເພິ່ມທະວີການວິທີປ້ອງກັນຄວາມສະຫງົບ ຢູ່ ເມືອງ Hlaingthaya, ນະຄອນ Yangon ໃນວັນທີ 14/3/2121 (ພາບ: AFP/TTXVN)

ທ່ານນາງ  Burgener  ຈະບໍ່ເຂົ້າເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຢູ່ ຈາກາຕາ ໂດຍກົງ, ເຊິ່ງຈະດຳເນີນໃນວັນທີ 24 ເມສາ ຈະມາເຖິງ. ເຖິງຢ່າງໃດກໍຕາມ, ທ່ານນາງ ຈະມີການພົບປະກັບບັນດາການນຳ ອາຊຽນ ຢູ່ນອກກອງປະຊຸມ ແລະ ປຶກສາຫາລືກ່ຽວກັບສະພາບການຢູ່ ມຽນມາ.

ແຜນການຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ໂດຍປະເທດເຈົ້າພາບ ອິນໂດເນເຊຍ ແລະ ທ່ານລັດຖະມົນຕີການຕ່າງປະເທດ Retno Marsudi ໄດ້ຊຸກຍູ້ໃນສອງສາມອາທິດກ່ອນນີ້ ດ້ວຍການສະໜັບສະໜູນຈາກຫຼາຍປະເທດສະມາຊິກ. ຕົ້ນເດືອນ ເມສາ, ບຣູໄນ ພວມດຳລົງຕຳແໜ່ງເປັນປະທານ ອາຊຽນ 2021 ກໍສະໜັບສະໜູນຕໍ່ການຈັດຕັ້ງກອງປະຊຸມດັ່ງກ່າວ ເພື່ອແນໃສ່ປຶກສາຫາກ່ຽວກັບບັນດາຄວາມມານະພະຍາຍາມສ້າງປະຊາຄົມ, ການພົວພັນການຕ່າງປະເທດ ແລະ ບັນດາບັນຫາໃນພາກພື້ນ, ໃນນັ້ນ ມີວິກິດການ ຢູ່ ມຽນມາ. ກອງປະຊຸມ ຈະຖືກດຳເນີນຢູ່ສຳນັກງານຂອງ ຄະນະເລຂານຸການ ອາຊຽນ ຢູ່ ຈາກາຕາ, ອິນໂດເນເຊຍ.

 (ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຄັ້ງນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ເມື່ອຕົ້ນເດືອນ ມັງກອນ ຜ່ານມາ, ໄດ້ສະແດງໃຫ້ເຫັນລັກສະນະທີ່ມີຊີວິດຊີວາຂອງສາຍພົວພັນແບບພິເສດ ລາວ - ຫວຽດນາມ.

Top