• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າ​ງ​ຕັັ້ງ ສະ​ມາ​ຄົມ​ຫັນ​ເປັນ​ດີ​ຈີ​ຕອນ ຫວຽດ​ນາມ - ຍີ່​ປຸ່ນ ຢູ່​ຍີ່​ປຸ່ນ

ວັນທີ 7 ກໍລະກົດ, ຢູ່ນະຄອນຫຼວງໂຕກຽວ, ສະມາຄົມບັນດາວິສາຫະກິດເຕັກໂນໂລຢີ ແລະ ສື່ສານ (ICT) ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ສ້າງສະມາຄົມຫັນເປັນດີຈີຕອນ ຫວຽດນາມ - ຍີ່ປຸ່ນ (VADX JAPAN).
  ພິທີໄຂສະມາຄົມຫັນເປັນດີຈີຕອນ ຫວຽດນາມ - ຍີ່ປຸ່ນ (ພາບ: Phạm Tuân/TTXVNVOV)  

ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກວາງຫ້ຽວ ໄດ້ສະແດງຄວາມຊົມເຊີຍຕໍ່ການສ້າງຕັ້ງສະມາຄົມ, ກໍ່ຄືການເຕີບໃຫຍ່ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງຂອງບັນດາວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ ປະຈຳຍີ່ປຸ່ນ. ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ການສ້າງຕັ້ງສະມາຄົມຫັນເປັນດີຈີຕອນ ຫວຽດນາມ - ຍີ່ປຸ່ນ ສ້າງບາດລ້ຽວສຳຄັນ, ແມ່ນພື້ນຖານເຊື່ອມຕໍ່ບັນດາວິສາຫະກິດເຄື່ອນໄຫວໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານ, ພ້ອມທັງຊຸກຍູ້ການຮ່ວມມື ແລະ ແບ່ງປັນບັນດາຂໍ້ລິເລີ່ມ, ມາດຕະ ການເຕັກໂນໂລຢີທີ່ກ້າວໜ້າລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ. ທ່ານໃຫ້ຮູ້ວ່າ:

ການພົວພັນຂອງສອງປະເທດມີການພັດທະນາຢ່າງແຮງທີ່ສຸດໃນ 50 ປີຜ່ານມາ. ການເຕີບໂຫຍ່ເຂັ້ມແຂງໃນການພົວພັນສອງປະເທດກໍ່ໄດ້ສະແດງໃຫ້ເຫັນການເຕີບໃຫຍ່ເຂັ້ມແຂງ ຂອງປະຊາຄົມຂໍ້ມູນຂ່າວສານຂອງພວກເຮົາ, ກາຍເປັນກຳລັງປະກອບສ່ວນບໍ່ພຽງແຕ່ໃຫ້ພື້ນຖານເສດຖະກິດປະເທດປະຈຳຖິ່ນ, ພື້ນຖານເສດຖະກິດຫວຽດນາມ ເທົ່ານັ້ນ ຫາກຍັງມີຄວາມສຳຄັນກ່ວາອີກແມ່ນປະກອບສ່ວນໃຫ້ການພົວພັນຂອງສອງປະເທດ ອີກດ້ວຍ. ຂ້າພະເຈົ້າປາດຖະໜາວ່າ ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ສະມາຄົມຈະມີການປະກອບສ່ວນທີ່ສຳຄັນ ໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ.

Top