• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າ​ງ​ກຳ​ລັງ​ໜູນ​ໃໝ່​, ເປີດຫຼາຍ​ໂອ​ກາດ​ຮ່ວມມື​ລະ​ຫວ່າງ ຫວຽດ​ນາມ ແລະ ກາ​ຕາ

ການຢ້ຽມຢາມໄດ້ປະສົບຜົນສຳເລັດອັນດີງາມດ້ວຍໝາກຜົນສຳຄັນ, ແທດຈິງຫຼາຍຢ່າງ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດ. ໃນນັ້ນ ມີຫຼາຍເອກະສານສຳຄັນໄດ້ຮັບຮອງເອົາໃນຂອບເຂດການຢ້ຽມຢາມ, ຜ່ານນັ້ນ ສ້າງພື້ນຖານໃຫ້ແກ່ການຊຸກຍູ້ການຮ່ວມມືໃນທຸກຂົງເຂດລະຫວ່າງສອງປະເທດ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ (ພາບ: TXVN)

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ຕອບສຳພາດນັກຂ່າວຂອງໜັງສືພິມ Asian Telegraph ຂອງ ກາຕາ ກ່ຽວກັບຄວາມໝາຍ,ໝາກຜົນຂອງການຢ້ຽມຢາມ ກາຕາ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ໃນລະຫວ່າງວັນທີ 30 ຕຸລາ - 1 ພະຈິກ) ກໍ່ຄືແງ່ຫວັງໃນການຮ່ວມມືລະຫວ່າງສອງປະເທດ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມແມ່ນຂີດໝາຍສຳຄັນໃນການພົວພັນລະຫວ່າງສອງປະເທດຫວຽດນາມ ແລະ ກາຕາ, ທ່ານຢັ້ງຢືນຄວາມປາດຖະໜາ ແລະ ຄວາມຕັດສິນໃຈຢ່າງສູງຂອງການນຳ ແລະ ປະຊາຊົນ ສອງປະເທດ ໃນການນຳການພົວພັນ ຫວຽດນາມ - ກາຕາ ກ້າວເຂົ້າສູ່ໄລຍະໃໝ່, ເຂັ້ມແຂງກ່ວາ, ຮອບດ້ານຮ່ວາ, ມີຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງກ່ວາ ດ້ວຍກາລະໂອກາດທີ່ເປີດກວ້າງ.

ການຢ້ຽມຢາມໄດ້ປະສົບຜົນສຳເລັດອັນດີງາມດ້ວຍໝາກຜົນສຳຄັນ, ແທດຈິງຫຼາຍຢ່າງ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດ. ໃນນັ້ນ ມີຫຼາຍເອກະສານສຳຄັນໄດ້ຮັບຮອງເອົາໃນຂອບເຂດການຢ້ຽມຢາມ, ຜ່ານນັ້ນ ສ້າງພື້ນຖານໃຫ້ແກ່ການຊຸກຍູ້ການຮ່ວມມືໃນທຸກຂົງເຂດລະຫວ່າງສອງປະເທດ.

ການຢ້ຽມຢາມບັນລຸໄດ້ໝາກຜົນຫຼາຍຢ່າງທີ່ແທດຈິງ, ມີບາດກ້າວບຸກທະລຸໃນຂົງເຂດຮວ່ມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ສ້າງກຳລັງໜູນໃໝ່, ເປີດຫຼາຍກາລະໂອກາດຮ່ວມມືລະຫວ່າງ ຫວຽດນາມ ແລະ ກາຕາ ໃນຫຼາຍຂົງເຂດ, ໃນນັ້ນ ມີບັນດາຂົງເຂດໃໝ່, ມີຄວາມສາມາດບົ່ມຊ້ອນ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top