• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ພື້ນ​ຖານ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ເຂດ​ພິ​ເສດ​ ເວິນ​ດົນ

ຕອນບ່າຍວັນທີ 29 ທັນວາ, ເຂດພິເສດ ເວິນດົນ ໄດ້ຈັດພິທີເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ສຳລັບ 15 ໂຄງການ, ກິດຈະກຳດ້ວຍງົບປະມານຂອງລັດ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.
ເສັ້ນທາງເຊື່ອມຕໍ່ຂົວຂອງ ເວິນດົນ ໄດ້ຮັບການນຳເຂົ້າໃຊ້ງານໃນວັນທີ 29/12/2025 (ພາບປະກອບ: baoquangninh.vn)

ໃນນັ້ນ ມີ 12 ໂຄງການໄດ້ຮັບການເລີ່ມລົງມືກໍ່ສ້າງ ແລະ 3 ໂຄງການກໍ່ສ້າງສຳເລັດນຳເຂົ້າໃຊ້ງານ ດ້ວຍເງິນລົງທຶນທັງໝົດກວ່າ 2.300 ຕື້ດົ່ງ. ຫຼາຍໂຄງການເລີ່ມລົງມືກໍ່ສ້າງໃໝ່, ເຊັ່ນ: ໂຄງການ ຂົວຂ້າມແມ່ນ້ຳ ມາງ, ເຊື່ອມຕໍ່ເກາະ ມິງເຈົາ - ກວານລ້ານ ແລະ ເກາະ ບານແຊນ; ໂຄງການລົງທຶນກໍ່ສ້າງເສັ້ນທາງຍ່ອຍລຽບຕາມເສັ້ນທາງຫຼວງໃຈກາງເຂດຕົວເມືອງ ກາຍຮົ່ງ; ກໍ່ສ້າງຕະຫຼາດ ກາຍຣົ່ງ ຄືນໃໝ່…

ດ້ວຍຫຼາຍໂຄງການການໃຫຍ່ໄດ້ຮັບການລົງທຶນກໍ່ສ້າງໃນຫຼາຍຂົງເຂດນັ້ນ, ໄດ້ປະກອບສ່ວນເຊື່ອມຕໍ່ເຂດພັດທະນາ, ຫຼຸດຜ່ອນໄລຍະຫ່າງລະຫວ່າງເຂດພາກ, ສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນການຄ້າ, ການທ່ອງທ່ຽວ ແລະ ດຶງດູດການລົງທຶນ.

(ແຫຼ່ງຄັດຈາກ VOV)


Top