• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ຕັ້ງ​ໜ່ວຍປະ​ຕິ​ບັດ​ງານ ​ຊຸກ​ຍູ້ການ ​ຮ່ວມ​ມືລົງ​ທຶນ​ຕ່າງ​ປະ​ເທດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ເຊັ່ນປະກາດໃຊ້ຂໍ້ຕົກລົງວ່າດ້ວຍການສ້າງໜ່ວຍປະຕິບັດງານຊຸກຍູ້ການຮ່ວມມືລົງທຶນຕ່າງປະເທດ.

ທ່ານຟ້າມບິງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມເປັນຫົວໜ້າໜ່ວຍປະຕິບັດງານ ຊຸກຍູ້ການ ຮ່ວມມືລົງທຶນຕ່າງປະເທດ(ພາບ: TTXVN)

ຕາມນັ້ນແລ້ວ, ໜ່ວຍປະຕິບັດງານ ມີໜ້າທີ່ເປັນເສນາທິການໃຫ້ແກ່ທ່ານນາຍົກລັດຖະມົນຕີກ່ຽວກັບ ບັນດາກົນໄກ, ນະໂຍບາຍມາດຕະຖານ, ບັນທັດຖານໃນການຮ່ວມມືລົງທຶນທີ່ມີລັກສະນະແກ້ງແຍ້ງສາກົນ ແລະ ບັນດາວິທີການແກ້ໄຂເພື່ອແນໃສ່ຍາດແຍ່ງໄດ້ບັນດາກາລະໂອກາດຈາກການຮ່ວມມືລົງທຶນໃນສະພາບການໃໝ່. ຄຽງຄູ່ກັນນັ້ນ, ໜ່ວຍປະຕິບັດງານກໍ່ຕ້ອງປະຕິບັດບັນດາການເຄື່ອນໄຫວສົ່ງເສີມການລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດເພື່ອແນໃສ່ດຶງດູດບັນດາໂຄງການທີ່ມີຄຸນນະພາບ, ຂອບຂະໜາດທຶນຮອນກ້ອນໃຫຍ່, ເຕັກໂນໂລຢີສູງ, ມີການປ່ຽນແປງໃໝ່, ປະດິດຄິດສ້າງ, ມີການແຜ່ຂະຫຍາຍ, ມີຄຳໝັ້ນສັນຍາໃນການຮ່ວມມື, ສ້າງຄວາມສະດວກໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບມູນຄ່າ, ລົງທຶນ ເຂົ້າບັນດາຂັ້ນຕອນທີ່ມີມູນຄ່າເພີ່ມສູງຕິດພັນກັບການຮ່ວມມືບຳລຸງສ້າງຊັບພະຍາກອນມະນຸດ. ໜ່ວຍປະຕິບັດງານຄົ້ນຄ້ວາ ແລະ ພັດທະນາ, ຊຸກຍູ້ເສດຖະກິດດີຈີຕອນ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງເສດຖະກິດ - ສັງຄົມຫວຽດນາມ.

        ນອກຈາກນັ້ນ, ໜ່ວຍປະຕິບັດງານຍັງຈະໄດ້ຈັດຕັ້ງການປະສານງານລະຫວ່າງຂະແໜງການ, ຂັ້ນ ແລະ ເຂດເພື່ອຊຸກຍູ້ການສ້າງລະບົບໂຄງການຮ່ວມສຳພັນ ແລະ ໜູນຊ່ວຍ, ຜັນຂະຫຍາຍຢ່າງມີຄວາມສະດວກ ແລະ ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top