• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ຄຸນ​ຄ່າ​ຄຸນ​ສົມ​ບັດ, ມາດ​ຖານ​ຊາວ ຫວຽດ​ນາມ​ ໃນ​ຍຸກ​ສະ​ໄໝ​ໃໝ່

ໂດຍສືບຕໍ່ກອງປະຊຸມຄັ້ງທີ 38, ຕອນເຊົ້າວັນທີ 08 ຕຸລາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາວັດທະນະທຳໄລຍະ 2025 – 2035.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: quochoi.vn)
ຕາມນັ້ນແລ້ວ, ຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີເປັນເອກະພາບຕໍ່ຄວາມຈຳເປັນມີແຜນນະໂຍບາຍລົງທຶນໂຄງການ, ລະອຽດຮອດປີ 2030 ສູ້ຊົນ100% ບັນດາຫົວໜ່ວຍເຄື່ອນໄຫວວັດທະນະທຳ, ສິລະປະຈັດຕັ້ງປະຕິບັດການຫັນເປັນດີຈີຕອນ, ໝູນໃຊ້ບັນດາຜົນງານຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ນັກຮຽນ, ນັກສຶກສາ, ສຳມະນາກອນ 100% ໃນລະບົບການສຶກສາແຫ່ງຊາດໄດ້ເຂົ້າເຖິງ, ເຂົ້າຮ່ວມບັນດາກິດຈະກຳສຶກສາສິລະປະ, ສຶກສາກ່ຽວກັບມໍລະດົກວັດທະນະທຳຢ່າງມີປະສິດທິຜົນ ແລະ ເປັນປະຈຳ.

ກ່າວຄຳເຫັນໃນກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ສະເໜີວ່າ:

“ວັດທະນະທຳຮາກຖານ ແມ່ນເລື່ອງ “ບໍ່ມີເງິນກໍສາມາດເຮັດໄດ້”. ເຮັດແນວໃດເພື່ອໃຫ້ປະຊາຊົນມີສະຕິຄວາມຮັບຮູ້ໃນການສ້າງຄຸນຄ່າຄຸນສົມບັດ, ມາດຖານຊາວ ຫວຽດນາມ ໃນສະໄໝໃໝ່. ກຳລັງແຮງດ້ານວັດທະນະທຳໂດຍແມ່ນປະຊາຊົນຢູ່ຂັ້ນຮາກຖານ ຈຶ່ງອະນຸລັກຮັກສາໄດ້ມໍລະດົກ, ມູນເຊື້ອວັດທະນະທຳ, ມູນເຊືິ້ອຂອງປະເທດຊາດ”.


(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ

ຕອນເຊົ້າວັນທີ 9 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ ຂອງລາວ, ພາຍໃຕ້ການເປັນເຈົ້າພາບຂອງ ລາວ, ປະເທດປະທານ ອາຊຽນ 2024, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 – 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ດ້ວຍຫົວຂໍ້ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” ໄດ້ໄຂຂຶ້ນຢ່າງເປັນທາງການ.

Top