• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ ຫວຽດ​ນາມ - ອົດ​ສະ​ຕາ​ລີ

ການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ Anthony Albanese ປະກອບສ່ວນສ້າງກຳລັງໜູນໃໝ່ແກ່ການພົວພັນຄູ່ຮ່ວມມືຍຸດທະສາດໃນສະພາບການ ຫວຽດນາມ ແລະ ອົດສະຕາລີ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ (1973 – 2023).

ພ້ອມກັບການຢ້ຽມຢາມ ຫວຽດນາມ ເມື່ອເດືອນ ເມສາ ຜ່ານມາຂອງທ່ານຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ David Hurley, ການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ Anthony Albanese ປະກອບສ່ວນສ້າງກຳລັງໜູນໃໝ່ແກ່ການພົວພັນຄູ່ຮ່ວມມືຍຸດທະສາດໃນສະພາບການ ຫວຽດນາມ ແລະ ອົດສະຕາລີ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ (1973 – 2023). ນີ້ແມ່ນຄຳຢັ້ງຢືນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໃນການຕ້ອນຮັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ເມື່ອຕອນບ່າຍວັນທີ 4 ມິຖຸນາ ຢູ່ຮ່າໂນ້ຍ.

ທ່ານນາຍົກລັດຖະມົນຕີ Anthony Albanese ແລະ ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ (ພາບ: VGP)

ສ່ວນທ່ານນາຍົກລັດຖະມົນຕີ Anthony Albanese ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍເປັນຄູ່ຮ່ວມມືຮັບບຸລິມະສິດແຖວໜ້າຂອງ ອົດສະຕາລີ ໃນພາກພື້ນ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນຄືນທັດສະນະຂອງ Canberra ກ່ຽວກັບການສະໜັບສະໜູນຕໍ່ການເຄົາລົບກົດໝາຍສາກົນຢູ່ພາກພື້ນ ແລະ ແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນກົດບັດ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS).

ສອງຝ່າຍເຫັນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ, ຖືນີ້ເປັນພື້ນຖານສຳຄັນແກ່ການພັດທະນາສາຍພົວພັນສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ. ສອງຝ່າຍກໍເຫັນດີເປັນເອກະພາບ ສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນ ສປຊ.

(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top