• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງໂອກາດ​ໃຫ້​ບັນ​ດາ​ປະ​ເທດ G7 ກາຍເປັນນັກລົງທຶນຍຸດທະສາດໃນຂົງເຂດພະລັງງານຜະລິດຄືນໃໝ່ຢູ່ຫວຽດ​ນາມ

ຫວຽດນາມພວມຜັນຂະຫຍາຍການປະຕິບັດຍຸດທະສາດພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່ຮອດປີ 2030 ແລະ ວິໄສທັດຮອດປີ 2050, ຕາມນັ້ນແລ້ວ ຈຶ່ງສົ່ງເສີມ, ລະດົມທຸກແຫຼ່ງກຳລັງຈາກສັງຄົມລົງທຶນໃຫ້ແກ່ການພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່, ຍູ້ແຮງການພັດທະນາ ແລະ ນຳໃຊ້ແຫຼ່ງພະລັງງານຜະລິດຄືນໃໝ່, ເພີ່ມອັດຕາສ່ວນພະລັງງານຜະລິດຄືນໃໝ່ໃນລະບົບພະລັງງານແຫ່ງຊາດ


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

(ພາບ: VGP)

ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ໄດ້ເຊື້ອເຊີນທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ G7 ໃນເດືອນມິຖຸນານີ້.  ໜຶ່ງໃນບັນດາຫົວຂໍ້ຕົ້ນຕໍຂອງກອງປະຊຸມຄັ້ງນີ້ ແມ່ນບັນຫາການປ່ຽນແປງຂອງດິນຟ້າອາກາດ, ມະຫາສະມຸດ ແລະແຫຼ່ງພະລັງງານສະອາດ. ປັດຈຸບັນ, ບັນດານັກລົງທຶນສາກົນ ໄດ້ຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີທ່າແຮງຫຼາຍທີ່ສຸດ ເພື່ອພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່. ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ Reuters ກ່ຽວກັບບັນດາມາດຕະການຂອງຫວຽດນາມ ເພື່ອແນໃສ່ຊຸກຍູ້ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາ, ການລົງທຶນເຂົ້າໃນຂົງເຂດພະລັງງານສະອາດ ແລະ ພະລັງງານຜະລິດຄືນໃໝ່,  ທ່ານນາຍົກລັດຖະມົນຕີຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມພວມຜັນຂະຫຍາຍການປະຕິບັດຍຸດທະສາດພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່ຮອດປີ 2030 ແລະ ວິໄສທັດຮອດປີ 2050, ຕາມນັ້ນແລ້ວ ຈຶ່ງສົ່ງເສີມ, ລະດົມທຸກແຫຼ່ງກຳລັງຈາກສັງຄົມລົງທຶນໃຫ້ແກ່ການພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່, ຍູ້ແຮງການພັດທະນາ ແລະ ນຳໃຊ້ແຫຼ່ງພະລັງງານຜະລິດຄືນໃໝ່, ເພີ່ມອັດຕາສ່ວນພະລັງງານຜະລິດຄືນໃໝ່ໃນລະບົບພະລັງງານແຫ່ງຊາດ.

        ກ່ຽວກັບຫົວຂໍ້ພະລັງງານສະອາດ, ເລື່ອງລົງທຶນແບບຍຸດທະສາດດເຂົ້າໃນການພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່ ອາດຈະຊ່ວຍຫວຽດນາມຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການພະລັງງານທີ່ນັບມື້ນັບເພີ່ມຂຶ້ນ, ຮັບໃຊ້ການພັດທະນາ ແລະ ຜັນຂະຫຍາຍໂຄງການພັດທະນາແຫຼ່ງພະລັງງານໃຫ້ສະອາດກວ່າ. ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເນັ້ນໜັກວ່າ: ລັດຖະບານຫວຽດນາມໄດ້ ແລະ ກຳລັງນຳໃຊ້ຫຼາຍກົນໄກ, ນະໂຍບາຍ ເພື່ອດຶງດູດນັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນ, ດຳເນີນທຸລະກິດໃນຂົງເຂດພະລັງງານຜະລິດຄືນໃໝ່ ອີງບົນພື້ນຖານຄວາມກົມກຽວທາງດ້ານຜົນປະໂຫຍດລະຫວ່າງພາກລັດ, ນັກລົງທຶນ ແລະ ສັງຄົມ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາຄູ່ຮ່ວມມືທັງໝົດ ແລະ ເຊື່ອໝັ້ນວ່າ ດ້ວຍທ່າແຮງທາງດ້ານການເງິນ, ເຕັກໂນໂລຢີ ແລະ ບົດຮຽນໃນການພັດທະນາພະລັງງານຜະລິດຄືນໃໝ່, ບັນດານັກລົງທຶນຂອງບັນດາປະເທດ G7 ຈະມີຫຼາຍໂອກາດ ເພື່ອກາຍເປັນ ນັກລົງທຶນຍຸດທະສາດໃນຂົງເຂດພະລັງງານຜະລິດຄືນໃໝ່ຢູ່ຫວຽດນາມ.

 (ແຫຼ່ງຄັດຈາກ VOV)


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top