• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງແຜນຮ່າງ “ຍຸດທະສາດ ແລະ ປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມໃຫ້ສົມບູນແບບ” ຕ້ອງຖືຜົນປະໂຫຍດຂອງຊາດເໜືອກວ່າສິ່ງໃດໝົດ

ຈຸດສຳຄັນໃນການຕັດສິນໄຊຊະນະ ຫຼື ປະລາໄຊຂອງລັດແຫ່ງອຳນາດນິຕິບັນຍັດ ນັ້ນແມ່ນລະດັບການເຂົ້າຮ່ວມ, ສຽງເວົ້າຂອງປະຊາຊົນໃນທຸກແງ່ມູມຊີວິດຂອງປະເທດຊາດ, ຂອງກົງຈັກລັດ.

ຈຸດສຳຄັນໃນການຕັດສິນໄຊຊະນະ ຫຼື ປະລາໄຊຂອງລັດແຫ່ງອຳນາດນິຕິບັນຍັດ ນັ້ນແມ່ນລະດັບການເຂົ້າຮ່ວມ, ສຽງເວົ້າຂອງປະຊາຊົນໃນທຸກແງ່ມູມຊີວິດຂອງປະເທດຊາດ, ຂອງກົງຈັກລັດ.

   

ທ່ານປະທານປະເທດ ຫງວຽນຊວັນຟຸກ   ກ່າວຄຳເຫັນຊີ້ນຳວາລະປະຊຸມ

(ພາບ: TTXVN)

“ການສ້າງ ແລະ ປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມແມ່ນໜ້າທີ່ປະຫວັດສາດອັນສູງສົ່ງ, ແມ່ນໜ້າທີ່ຈຸດສຸມຂອງການປ່ຽນແປງໃໝ່, ປັບປຸງລະບົບການເມືອງໃຫ້ສົມບູນແບບ ຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງອອກ, ເພື່ອປະເທດຊາດຮັ່ງມີເຂັ້ມແຂງ, ເພື່ອຄວາມຜາສຸກຂອງປະຊາຊົນ, ເພື່ອຜົນປະໂຫຍດຂອງທັງຊາດ”. ນີ້ແມ່ນຄຳສະເໜີຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການສ້າງແຜນຮ່າງ “ຍຸດທະສາດ ແລະ ປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ ຮອດປີ 2030, ກຳນົດທິດຮອດປີ 2045” ຕໍ່ກັບຄະນະຊີ້ນຳແຜນຮ່າງທີ່ວາລະປະຊຸມຄັ້ງທີ 3 ເຊິ່ງດຳເນີນໃນຕອນບ່າຍວັນທີ 31 ພຶດສະພາ, ຢູ່ ຮ່າໂນ້ຍ.

        ກ່າວຄຳເຫັນຊີ້ນຳວາລະປະຊຸມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:

        “ຈຸດສຳຄັນໃນການຕັດສິນໄຊຊະນະ ຫຼື ປະລາໄຊຂອງລັດແຫ່ງອຳນາດນິຕິບັນຍັດ ນັ້ນແມ່ນລະດັບການເຂົ້າຮ່ວມ, ສຽງເວົ້າຂອງປະຊາຊົນໃນທຸກແງ່ມູມຊີວິດຂອງປະເທດຊາດ, ຂອງກົງຈັກລັດ. ສະນັ້ນ, ອາດເວົ້າໄດ້ວ່າ ຂອດບຸກທະລຸສຳຄັນທີ່ສຸດຂອງການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ແມ່ນການປົດປ່ອຍແຫຼ່ງກຳລັງມະນຸດ, ເສີມຂະຫຍາຍແຫຼ່ງກຳລັງດັ່ງກ່າວໃຫ້ເປັນຢ່າງດີທ່ີສຸດຈະສ້າງປະຖົມປັດໃຈ, ພື້ນຖານໃຫ້ແກ່ການປົດປ່ອຍທຸກແຫຼ່ງກຳລັງ ສ້າງເປັນກຳລັງແຮງສັງລວມ ເພື່ອນຳປະເທດຊາດມຸ່ງໄປເຖິງວິໄສທັດຮອດປີ 2045 ກ່ຽວກັບ ຫວຽດນາມ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ”.

(ແຫຼ່ງຄັດຈາກ VOV)

ດ່ານັ້ງ ສະເໜີຄຼິບວີດີໂອ ດ່ານັ້ງສຸດຍອດ ເພື່ອໂຄສະນາການທ່ອງທ່ຽວ

ດ່ານັ້ງ ສະເໜີຄຼິບວີດີໂອ “ດ່ານັ້ງສຸດຍອດ” ເພື່ອໂຄສະນາການທ່ອງທ່ຽວ

ຄຼິບວີດີໂອໄດ້ຖ່າຍທຳນະຄອນທັນສະໄໝ, ສະຫງົບສຸກ, ໃກ້ຊິດ, ເປັນມິດ ສະແດງອອກຜ່ານບັນດາຮູບຖ່າຍທ່ອງທ່ຽວທີ່ເປັນເອກະລັກສະເພາະຢູ່ ດ່ານັ້ງ

Top