• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງແຂວງ ຢາລາຍ ໃຫ້ກາຍເປັນກຳລັງໜູນໃນເຂດສາມລ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ

ວັນທີ 16 ກໍລະກົດ, ຄະນະກຳມະການປະຊາຊົນແຂວງ ຢາລາຍ ໄດ້ສົ່ງເສີມການວາງ “ແຜນກຳນົດແຂວງ ຢາລາຍ ໄລຍະປີ 2021 – 2030, ວິໄສທັດຮອດປີ 2050”, ພາຍຫລັງທ່ານນາຍົກລັດຖະມົນຕີ ຫວຽດນາມ ປະກາດໃຊ້ຂໍ້ຕົກລົງວ່າດ້ວຍການອະນຸມັດຜ່ານໜ້າທີ່. 

ນະຄອນ ເປຼກູ ແຂວງ ຢາລາຍ (ພາບ: baogialai.com.vn)

ໜຶ່ງໃນບັນດາຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ ໃຫ້ແກ່ການວາງແຜນກຳນົດ ນັ້ນແມ່ນສ້າງແຂວງ ຢາລາຍ ໃຫ້ກາຍເປັນກຳລັງໜູນ ໃນເຂດສາມລ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ.

ເລື່ອງວາງແຜນກຳນົດດ້ວຍວິໄສທັດຮອດປີ 2050, ຈະຊ່ວຍໃຫ້ແຂວງ ຢາລາຍ ລະດົມບັນດາແຫຼ່ງກຳລັງຂອງຕົນຢ່າງມີປະສິດທິຜົນ, ເຊື່ອມຕໍ່ບັນດາແຫຼ່ງກຳລັງຢູ່ພາຍໃນປະເທດ ແລະ ຕ່າງປະເທດຢ່າງມີປະສິດທິຜົນ ເພື່ອພັດທະນາເສດຖະກິດແບບຍືນຍົງ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງຮອບດ້ານ, ປົກປັກຮັກສາສິ່ງແວດລ້ອມໃຫ້ເປັນຢ່າງດີ, ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຮັກສາອະທິປະໄຕຊາຍແດນໄວ້ໃຫ້ໝັ້ນຄົງ. ຜ່ານນັ້ນ, ສ້າງແຂວງ ຢາລາຍ ໃຫ້ກາຍເປັນໃຈກາງເຂດໄຕງວຽນທາງທິດເໜືອ ແລະ ເປັນກຳລັງໜູນໃນເຂດສາມລ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ; ສ້າງນະຄອນ ເປຼກູ ແມ່ນໜຶ່ງໃນບັນດາຕົວເມືອງແກ່ນສານໃນເຂດສາມລ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ ຕາມທິດຕົວເມືອງອັດສະລິຍະ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top