ທີ່ ການຕ້ອນຮັບ, ທ່ານ Raymond Carlsen ໃຫ້ຮູ້ວ່າ: ບໍລິສັດມີບົດຮຽນໃນການໜູນຊ່ວຍບັນດາປະເທດທີ່ກຳລັງພັດທະນາຜັນຂະຫຍາຍບັນດາໂຄງການກ່ຽວກັບພະລັງງານຜະລິດຄືນໃໝ່, ນີ້ກໍ່ແມ່ນທ່າໄດ້ປຽບເມື່ອບໍລິສັດມີແຜນນະໂຍບາຍລົງທຶນ ຢູ່ ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ບໍລິສັດກໍ່ພວມສົ່ງເສີມ, ເຊື່ອມຕໍ່ກັບບັນດາມະຫາວິທະຍາໄລ ຢູ່ ຫວຽດນາມ ເພື່ອໃຫ້ບັນດານັກສຶກສາມາຝຶກງານ, ມາຮຽນຮູ້ກ່ຽວກັບເຕັກໂນໂລຊີ ຢູ່ ໂຮງງານຂອງບໍລິສັດ.

ທີ່ການຕ້ອນຮັບ (ພາບ: TTXVN)
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸ໋ງ ໄດ້ເນັ້ນໜັກວ່າ: ສາຍພົວພັນຮ່ວມມືມິດຕະພາບຂອງ ຫວຽດນາມ-ນອກແວ ແມ່ນນັບມື້ນັບພັດທະນາ. ໃຫ້ການສະໜັບສະໜູນແຜນນະໂຍບາຍລົງທຶນດ້ານໄຟຟ້າແສງຕາເວັນ ຂອງບໍລິສັດ Scatec Solar, ທ່ານ ຮອງນາຍົກລັດຖະມົນຕີຫວຽດນາມ ປາດຖະໜາວ່າ ບໍລິສັດຈະຊຸກຍູ້ການຮ່ວມມືກັບບັນດາວິສາຫະກິດຫວຽດນາມ; ພ້ອມດຽວກັນນັ້ນ, ກໍ່ລົງທຶນຜະລິດບັນດາຜະລິດຕະພັນເຕັກໂນໂລຊີ ໃຫ້ແກ່ຂະແໜງ ພະລັງງານໄຟຟ້າຜະລິດຄືນໃໝ່, ຕິດພັນກັບການສຶກສາ ແລະ ບຳລຸງສ້າງ.
(ແຫຼ່ງຄັດຈາກ VOV)