• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງເຄື່ອງໝາຍການຄ້າ OCOP ລະດັບຊາດເປັນພື້ນຖານ ເພື່ອສຳຜັດກັບຕະຫລາດສາກົນ

ຕອນເຊົ້າວັນທີ 23 ເມສາ, ທີ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ ຈັດຕັ້ງກອງປະຊຸມສະຫລຸບໂຄງການໜຶ່ງຕາແສງ ໜຶ່ງຜະລິດຕະພັນ (OCOP) ໄລຍະ 2018 – 2020.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ. ພາບ: VGP

ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ຊີ້ນຳວ່າ ໃນໄລຍະຈະມາເຖິງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເປັນຜູ້ຮັບຜິດຊອບການສົມທົບກັບບັນດາກະຊວງ, ຂະແໜງການ ຮີບເຮັ່ງສ້າງສຳເນົາເອກະສານຂອງລັດຖະບານ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດໃຫ້ສັດຕະຍາບັນແຜນນະໂຍບາຍການລົງທຶນໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ໄລຍະ 2021 – 2025. ໃນນັ້ນ ເອົາໃຈໃສ່ເຖິງບັນດາຜະລິດຕະພັນທີ່ມີທ່າແຮງ, ເປັນເອກະລັກສະເພາະຂອງທ້ອງຖິ່ນ, ຕິດພັນກັບປັດໄຈວັດທະນະທຳ, ມະນຸດຢູ່ແຕ່ລະຂົງເຂດ, ພາກ, ຊົນເຜົ່າ ເພື່ອຮັບໃຊ້ການພັດທະນາເສດຖະກິດ, ການທ່ອງທ່ຽວ.
(ແຫຼ່ງຄັດຈາກ VOV)

ວຽກ​ງານ​ການ​ເມືອງ​ພາຍ​ໃນ​ຕ້ອງ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຮັກ​ສາ​ສ​ະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ

ວຽກ​ງານ​ການ​ເມືອງ​ພາຍ​ໃນ​ຕ້ອງ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຮັກ​ສາ​ສ​ະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ

ຕອນບ່າຍວັນທີ 22 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ, ຫົວໜ້າຄະນະຊີ້ນຳສູງການພັກກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ໄດ້ໄປຢ້ຽມຢາມ ແລະ ເປັນປະທານການເຮັດວຽກກັບຄະນະການເມືອງພາຍໃນສູນກາງພັກ.

Top