• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງສໍາເລັດບັນດາຂໍ້ກໍານົດກ່ຽວກັບການເຄື່ອນໄຫວຂອງ ສະພາແຫ່ງຊາດຫວຽດນາມ

      ໂດຍສືບຕໍ່ກອງປະຊຸມຄັ້ງທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ຕອນເຊົ້າວັນທີ 29 ຕຸລາ, ສະພາແຫ່ງຊາດຫວຽດນາມ ໄດ້ປຶກສາຫາລືກ່ຽວກັບຮ່າງກ     ົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງ ສະພາແຫ່ງຊາດ ແລະ ຮ່າງມະຕິ ກ່ຽວກັບການທົດລອງບໍ່ຈັດຕັ້ງສະພາປະຊາຊົນຢູ່ບັນດາຕາແສງຂຶ້ນກັບເມືອງ, ເທດສະບານຂອງນະຄອນຮ່າໂນ້ຍ.

(ພາບປະກອບ: quochoi.vn)
      ກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ ໄດ້ປະກາດເມື່ອປີ  2014 ແລະ ມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ມັງກອນ 2016 ໄດ້ສ້າງພື້ນຖານດ້ານນິຕິທໍາ ໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ສະພາແຫ່ງຊາດ. ພາຍຫຼັງການປະຕິບັດມາເປັນເວລາກວ່າ 3 ປີ, ກົດໝາຍສະບັບດັ່ງກ່າວ ໄດ້ນໍາມາເຊິ່ງໝາກຜົນອັນຕັ້ງໜ້າຫຼາຍຢ່າງ, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ, ບັນດາອົງການຂອງ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດໃນຂົງເຂດນິຕິບັນຍັດ, ຕິດຕາມກວດກາ, ຕັດສິນບັນດາບັນຫາສໍາຄັນຂອງປະເທດຊາດ. ເຖິງຢ່າງໃດກໍຕາມ, ໃນວິວັດການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວ ຍັງມີຂໍ້ຂັດຂ້ອງ ແລະ ຂໍ້ຄົງຄ້າງບາງຢ່າງທີ່ຕ້ອງປັບປຸງ, ເພີ່ມເຕີມໃຫ້ທັນການ.
        ຕາມການຄາດຄະເນແລ້ວ, ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ ຈະໄດ້ພິຈາລະນາ, ຮັບຮອງເອົາຕາມຂັ້ນຕອນ ແລະ ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ມິຖຸນາ 2021 ເປັນຕົ້ນໄປ ເພື່ອເລີ່ມຜັນຂະຫຍາຍປະຕິບັດໃນອາຍຸການ 15 ຂອງ ສະພາແຫ່ງຊາດ.  
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top